ເມືອງວຽງທອງ ຈັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຈຸດສຸມເຂດໃຈກາງ 04 ບ້ານ

     ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມເຂດໃຈກາງ 04 ບ້ານຂອງເມືອງ ວຽງທອງ ມີ ຄື: ບ້ານນາໂທ, ຜາບໍ່, ສີວິໄລ ແລະ ບ້ານຜາຂອດ ໄດ້ຈັດຂື້ນໃນວັນທີ 24 ກຸມພາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ພັອ ສາຍສະໝອນ ພາລາມີໄຊ ຄະນະປະຈຳພັກ ຮອງກົມໃຫ່ຍສັນຕິບານກະຊວງ ປກສ, ທ່ານ ພັອ ຜາຂົງ ດອກມະນີຈັນ ຮອງກອງບັນຊາການ ປກສ ແຂວງ  ຄະນະຊີ້ນຳວຽກງານ 025 ຂັ້ນແຂວງ, ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊິ້ນຳວຽກງານກໍ່ສ້າງຮາກຖານການເມືອງ, ມີພະນັກງານຮາກຖານຂັ້ນແຂວງ, ຂັ້ນເມືອງ ແລະ ອຳນາດການປົກຄອງ 04 ບ້ານ ເຂົ້າຮ່ວມ.

     ກອງປະຊຸມ ທ່ານ ສີສຸກ ເລຂາພັກບ້ານນາໂທ ຕາງໜ້າ 4 ບ້ານໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມເຂດໃຈກາງໃນ 04 ບ້ານຂອງເມືອງ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອອ່ນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂ, ຍົກໃຫ້ເຫັນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນແມ່ນມີບຸກຄົນຈຳນວນໜື່ງດຶ້ດ້ານບໍ່ຟັງການຈັດຕັ້ງ, ພົວພັນຢາເສບຕິດ, ຖາງປ່າຊະຊາຍ, ຂີ້ລັກງັດແງະ, ມີອາວຸດເຖື່ອນ, ຍົກຍ້າຍຖິ່ນຖານ ແລະ ນຳໃຊ້ສາສະໜາບໍ່ຖືກຕ້ອງ, ຄະນະຮັບຜິດຊອບຢູ່ແຕ່ລະບ້ານ ກໍ່ໄດ້ເອົາໃຈໃສ່ສືກສາອົບຮົມແນວຄິດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ແກ້ບັນຫາທີ່ເກີດຂື້ນໃຫ້ຄ່ອຍໆໝົດໄປ.

ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂື້ນມີຄຳເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງໃນການຊອກຫາວິທີແກ້ຂໍ້ຄົງຄ້າງ ເພື່ອຄວາມເປັນເອກະພາບແລ້ວນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງສຸດ.

 

 

About admin11