ກອງປະຊຸມສະຫຼູບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ2021

    ໃນວັນທີ 24 ກຸມພາ 2022 ຫ້ອງການ ການເງິນ ​ເມືອງວຽງທອງ ​ແຂວງບໍລິຄຳໄຊ​ ໄດ້ຈັດກອງປະຊຸມສະຫຼູບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ແລະ ວາງທິດທາງປະຈຳປີ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ​ ອາລຸນ​ສັກ​ ປະທຳມະວົງ​ ຮອງເຈົ້າເມືອງ, ມີຫົວໜ້າຫ້ອງການ ແລະ ພະນັກງານພາຍໃນ ເຂົ້າຮ່ວມ.

      ​ທ່ານ ​ບີ້​ ສຸລິ ຫົວໜ້າຫ້ອງການ ການເງິນເມືອງ ໄດ້ຂື້ນຜ່ານບົດສະຫຼູບການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021 ເຊີ່ງໄດ້ຍົກໃຫ້ເຫັນການປະຕິບັດຜ່ານມາມີທັງດ້ານດີ, ​ດ້ານອ່ອນ, ​ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

1 ປີຜ່ານມາ ປະຕິບັດລາຍຮັບເຂົ້າງົບປະມານໄດ້ 3.852.020.768 ກີບ ( ແຜນການປີແມ່ນ 3.727.580.000 ກີບ ), ໃນນັ້ນ ຮັບຈາກອາກອນປົກກະຕິ 2 ຕື້ກົ່ວກີບ ເທົ່າ 96,51%, ຮັບຈາກຄ່າທຳນຽມ 47 ລ້ານກ່ວາກີບ ເທົ່າ 94,92%, ຄ່າບໍລິການ 996 ລ້ານກ່ວາກີບ ເທົ່າ 99,20%, ຄ່າທຳນຽມນຳໃຊ້ທີ່ດີນ 274 ລ້ານກວ່າກີບ ເທົ່າ 93,16%, ຮັບຈາກຊັບສິນຂອງລັດ 527 ລ້ານກ່ວາກີບ ເທົ່າ 175,88%, ສ່ວນລາຍຮັບບ້ານສາມສ້າງ ປະຕິບັດໄດ້ 86,54%.

ກອງປະຊຸມ ໄດ້ຜ່ານທິດທາງແຜນການປີ 2022 ພ້ອມທັງມີການປະກອບຄຳຄິດຄຳເຫັນໃສ່ບົດສະຫຼູບ ແລະ ທິດທາງແຜນການຈາກຜູ້ເຂົ້າຮ່ວມ ຢ່າງກົງໄປກົງມາ ແນໃສ່ຄວາມເປັນເອກະພາບ ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນທີ່ວາງໄວ້.

About admin11