ການນໍາເມືອງວຽງທອງ ຮ່ວມສ້າງຝາຍກວຍຕັນນໍ້າ

ໃນວັນທີ 23 ກຸມພາ 2022 ການນໍາເມືອງວຽງທອງ ແຂວງບໍລິຄຳໄຊ ພ້ອມດ້ວຍຊາວໜຸ່ມແຕ່ລະຂົງເຂດ ສົມທົບກັບປະຊາຊົນບ້ານນ້ຳກ້າງ ໄດ້ພ້ອມກັນອອກແຮງງານລວມ ສ້າງຝາຍກວຍຫີນຕັນນ້ຳກ້າງ ເພື່ອສ້າງຊົນລະປະທານຕັນເອົານ້ຳເຂົ້າຫົດເນື້ອທີທຳການຜະລິດ ຂອງປະຊາຊົນບ້ານນໍ້າກ້າງ.​

ການອອກແຮງງານຄັ້ງນີ້ ພາຍໃຕ້ການນຳພາຂອງທ່ານ ຄຳແພນ ວີລືທຳ ເຈົ້າເມືອງວຽງທອງ, ຝາຍຕັນນ້ຳມີຄວາມຍາວ 36 ແມັດ, ກ້ວາງ 2ແມັດ, ສູງ 1,5 ແມັດ, ສາມາດເອົານ້ຳເຂົ້າຫົດເນື້ອທີ່ນາໄດ້ເຖີງ 22 ເຮັກຕ່າ ແລະ ມີ 20 ຄອບຄົວໄດ້ຮັບຜົນປະໂຫຍດ, ການສ້າງໃນຄັ້ງນີ້ດ້ວຍທືນສົມທົບຈາກບໍລິສັດພັດທະນາເຂດພູດອຍ ເປັນກະຕ່າກວຍຫີນ 80 ກະຕ່າ ມູນຄ່າ 16 ລ້ານກວ່າກີບ, ບໍລິສັດພອນສັກ ຊ່ວຍເປັນຫີນ ມູນຄ່າ 25 ລ້ານກວ່າກີບ.

About admin11