ເມືອງປາກຊັນ ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII

ໃນລະຫວ່າງວັນທີ 8 ຫາ 16 ທັນວາ 2020 ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງ ດຳເນີນການເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນມະຕິ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກແຂວງບໍລິຄຳໄຊ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຢູ່ສຳນັກງານ, ກົມກອງ ປກຊ, ປກສ ແລະ ຮາກຖານຂັ້ນບ້ານແຕ່ລະເຂດ ໃນທົ່ວເມືອງປາກຊັນ. ນໍາໂດຍ ທ່ານ ໄມຈອມ ວັນນະສານຄໍາ ກຳມະການພັກແຂວງ, ເລຂາບໍລິຫານງານພັກເມືອງ, ເຈົ້າເມືອງປາກຊັນ, ມີຄະນະຮັບຜິດຊອບແບ່ງຈຸ, ແບ່ງໜ່ວຍ ໃນການລົງເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍເອກສານຄັ້ງນີ້ .

 ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ໄດ້ໄຂຂຶ້ນໃນລະຫວ່າງ 24 ຫາ 25 ກັນຍາ 2020 ທີ່ສະໂມສອນແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານ ຂອງສະຫາຍ ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ມີຜູ້ເຂົ້້າຮ່ວມກອງປະຊຸມທັງໝົດຈຳນວນ 266 ສະຫາຍ, ຍີງ 35 ສະຫາຍ ໃນນັ້ນ, ມີຜູ້ແທນ 237 ສະຫາຍ, ຍີງ 26 ສະຫາຍ ທີ່ເປັນຕົວແທນໃຫ້ກັບສະມາຊິກພັກທັງໝົດ 13,400 ກວ່າສະຫາຍ ຜ່ານການດຳເນີນງານເປັນເວລາ 2 ວັນ ຜູ້ເຂົ້້າຮ່ວມພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 5 ແລະ ບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກແຂວງ ຊຸດທີ 6ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດການນຳພາຊີ້ນຳ ໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ 6 ພ້ອມກັນນີ້ຍັງໄດ້ເປັນເອກະກະພາບຮັບຮອງເອົາທິດທາງ ລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 5 ຂອງແຂວງ 2021- 2025 ພາຍໃຕ້ຄຳຂວັນຂອງພັກທີ່ວ່າ “ເພີ່ມທະວີບົດບາດການນໍາພາຂອງພັກ ເສີມຂະຫຍາຍມູນເຊື້ອສາມັກຄີ ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ” ເພື່ອສືບຕໍ່ເຮັດໃຫ້ແຂວງບໍລິຄຳໄຊມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໜັກແໜ້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ຕ້ານທຸກກົນອຸບາຍຂອງພວກອິດທິທີກຳລັງປໍລະປັກສ້າງຕາໜ່າງປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນຮາກຖານໃຫ້ເຂັ້ມແຂງ, ແກ້ໄຂບັນຫາ 4 ເຖື່ອນ ແລະ ຜັນຂະຫຍາຍປະຕິບັດບັນດາ 9 ຫົວຂໍ້ວິທະຍາສາດໃຫ້ມີປະສິດທິຜົນສູງທັ້ງນີ້້, ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງເມືອງ, ທະຫານ, ຕຳຫຼວດ ແລະ ທຸກເຂດຂົງ ຕະຫຼອດຮອດອົງການຈັດຕັ້ງຂັ້ນບ້ານໃນທົ່ວເມືອງ ໄດ້ຮັບຮູ້ ແລະ ເຂົ້້າໃນເຖິງເນື້ອໃນຢ່າງເປັນເອກກະພາບ ສຳລັດການການເຄື່ອນໄຫວເຜີຍແຜ່, ເຊືອມຊຶມ ແລະ ຜັນຂະຫຍາຍ ເນື້້ອໃນມະຕິຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຢູ່ເມືອງປາກຊັນ ແມ່ນໃຊ້ເວລາ 10 ວັນຈຶ່ງສຳເລັດໃນທົ່ວເມືອງ.

About admin11