ລອງຣິຈ ອິນເຕີເນຊັນແນວ ຊຸກຍູ້ວຽກສື່ມວນຊົນ ປກສ ແຂວງບໍລິຄໍາໄຊ 11 ລ້ານກວ່າກີບ

ຕອນເຊົ້າ ວັນທີ 11 ທັນວາ 2020 ນີ້, ທ່ານ ພັນໂທ ພອນພິລຸນ ປັນຍາສິລິ ຄະນະພັກ ຮອງຫົວໜ້າກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບ ບໍລິສັດ ລອງຣິຈ ອິນເຕີເນຊັນແນວ ຈໍາກັດ, ໄດ້ນໍາເອົາກ້ອງຖ່າຍຮູບພ້ອມອຸປະກອນ ຈໍານວນ 01 ຊຸດ ລວມມູນຄ່າ 11 ລ້ານກວ່າກີບ, ມາມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ນໍາໃຊ້ເຂົ້າໃນວຽກງານສື່ມວນຊົນ ເພື່ອເປັນການໂຄສະນາຜົນງານການເຄື່ອນໄຫວວຽກງານວິຊາສະເພາະດ້ານຕ່າງໆ ຂອງເພື່ອນສະຫາຍ, ນາຍ ແລະ ພົນຕໍາຫຼວດ  ແລະ ບັນດາພະແນກການອ້ອມຂ້າງແຂວງ, ກ່າວຮັບໂດຍທ່ານ ພັນໂທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ນາງ ພວງມາລີ ສຸກສະຫວັດ ປະທານ ບໍລິສັດ ລອງຮິຈ ອີນເຕີເນຊັນແນວ ຈໍາກັດ, ພ້ອມດ້ວຍພະນັກງານ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

About admin11