ມ.ສ ໜອງບົວ ເປີດງານກິລາຕ້ານຢາເສບຕິດ ປະຈຳສົກປີ 2020-2021

 

ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດໃຫ້ມີຄວາມໝາຍຄວາມສຳຄັນ, ທັງເຮັດໃຫ້ນັກຮຽນຫ່າງໄກຈາກສິ່ງເສບຕິດ ແລະ ໃຫ້ຄົບຕາມລັກສະນະ 5 ຫຼັກມູມການສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໃນຕອນເຊົ້າຂອງວັນທີ 15 ທັນວາ 2020 ຢູ່ເດີ່ນກິລາໂຮງຮຽນ ມ.ສ ໜອງບົວ ໄດ້ເປີດງານກິລາຕ້ານຢາເສບຕິດປະຈຳສົກປີ 2020-2021 ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ທ່ານນາງ ສົມສະໄໝ ອິນທະວົງໄຊ ວ່າການຜູ້ອຳນວຍການໂຮງຮຽນ ມ.ສ ໜອງບົວ ແລະ ທ່ານ ບົວສີ ຄຳແສນມີ ປະທານສະມາຄົມພໍ່ແມ່ນັກຮຽນ, ມີບັນດາຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ, ແຂກຖືກເຊີນ ພ້ອມດ້ວຍນ້ອງນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

ໂຮງຮຽນ ມ.ສ ໜອງບົວ ມີຈຳນວນນັກຮຽນທັງໝົດ 591 ນ້ອງ ຍິງ 293 ນ້ອງ ໃນນັ້ນ ມໍຕົ້ນ 349 ນ້ອງ ຍິງ 182 ນ້ອງ ແລະ ມໍປາຍ 242 ນ້ອງ ຍິງ 110 ນ້ອງ ປະກອບມີ 21 ຫ້ອງຮຽນ ແຍກເປັນ ມໍຕົ້ນ 12 ຫ້ອງຮຽນ ແລະ ມໍປາຍ 9 ຫ້ອງຮຽນ, ມີຄູອາຈານທັງໝົດ 38 ຄົນ ຍິງ 25 ຄົນ, ການແຂ່ງຂັນກິລາໃນຄັ້ງນີ້ມີທັງໝົດ 4 ປະເພດຄື: ບານເຕະຟຸດຊໍ 7 ຄົນ, ຍິງ-ຊາຍມໍຕົ້ນ-ມໍປາຍ ລວມ 21 ທີມ, ບານສົ່ງ ຍິງ-ຊາຍ ມໍປາຍ 10 ທີມ, ກະຕໍ້ ຊາຍ ມໍຕົ້ນ-ມໍປາຍ ລວມ 21 ທີມ ແລະ ແລ່ນລານ ມໍຕົ້ນ 12 ທີມ ເດີ່ນທີ່ໃຊ້ໃນການແຂ່ງຂັນປະກອບມີ ເດີ່ນບານເຕະຟຸດຊໍ, ເດີ່ນບານສົ່ງ ແລະ ເດີ່ນກິລາກະຕໍ້ ປະເພດລະ 1 ເດີ່ນ. ສໍາລັບການແຂ່ງຂັນນີ້ ຈະໄດ້ດໍາເນີນໄປຈົນເຖິງຕົ້ນເດືອນມີນາ 2021 ຈຶ່ງຈະສໍາເລັດ.

About admin11