ເມືອງປາກກະດິງ ເຜີຍແຜ່ເອກະສານ ກ່ຽວກັບວຽກງານອຸດສາຫະກຳ-ຫັດຖະກຳ

ຕອນບ່າຍວັນທີ 15 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບວຽກງານອຸດສາຫະກຳ – ການຄ້າ,  ເປັນກຽດເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໂດຍ ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ແລະ ຜູ້ປະກອບການໂຮງງານປຸງແຕ່ງໄມ້ພາຍໃນເມືອງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍໃນຄັ້ງນີ້ ມີ: ຂໍ້ຕົກລົງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0264/ອກ,ກອຫ ລົງວັນທີ 15 ມີນາ 2018 ວ່າດ້ວຍການຄຸ້ມຄອງໂຮງງານ, ໜັງສືມອບວຽກຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ສະບັບເລກທີ 462/ພອຄ ລົງວັນທີ 12 ມີນາ 2021 ວ່າດ້ວຍການມອບວຽກອຸດສາຫະກຳ ແລະ ຫັດຖະກຳ ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ແຈ້ງການຂອງເຈົ້າເມືອງປາກກະດິງ ສະບັບເລກທີ 147/ມປດ ລົງວັນທີ 25 ມີນາ 2021 ເຖິງຜູ້ອຳນວຍການໂຮງງານປຸງແຕ່ງໄມ້ ແລະ ຫັດຖະກຳພາຍໃນເມືອງປາກກະດິງ ສະຫຼຸບການນຳເຂົ້າວັດຖຸດິບ, ການຜະລິດ ແລະ ການຈຳໜ່າຍເປັນສິນຄ້າ, ຂໍ້ຕົກລົງ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບວຽກງານຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ຂອງໂຮງງານອຸດສາຫະກຳປຸ່ງແຕ່ງໄມ້ໃຫ້ເມືອງຄຸ້ມຄອງ.

ຈຸດປະສົງ ກໍ່ເພື່ອສ່ອງແສງໃຫ້ເຫັນເຖິງພາລະບົດບາດ, ສິດ-ໜ້າທີ່ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ນຳໄປຈັດຕັ້ງປະຕິບັັັດ ແນໃສ່ເຮັດໃຫ້ການຄຸ້ມຄອງການດຳເນີນທຸລະກິດຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ພາຍໃນເມືອງປາກກະດິງ ມີຄວາມຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບລະບຽບກົດໝາຍ ໄປຄຽງຄູ່ກັບການສົ່ງເສີມໃຫ້ການຜະລິດໄດ້ມາດຕະຖານ ແລະ ມີຄຸນນະພາບດີ.

About admins16