ມອບ-ຮັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງວຽງທອງຫຼັງໃໝ່

ໃນວັນທີ 16 ກໍລະກົດ 2021 ຢູ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫຼັງໃໝ່ ພາຍຫຼັງກໍ່ສ້າງສໍາເລັດ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄໍາໄຊ ( ເຈົ້າຂອງໂຄງການ ) ກັບບໍລິສັດໄຊສ້າງສາກໍ່ສ້າງ ແລະ ທີ່ປຶກສາຂົວ-ທາງ ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງວຽງທອງ, ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກ ຊສ ແຂວງ, ມີຫົວໜ້າ, ຄະນະ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ອານຸສິດ ພົມພະຈັນ ຮອງຜູ້ອໍານວຍການບໍລິສັດຜູ້ຮັບເໝົາ ໄດ້ຂື້ນຜ່ານບົດລາຍງານການກໍ່ສ້າງຫ້ອງການ ຊສ ເມືອງ ຫຼັງໃໝ່ ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງແຕ່ວັນທີ 1 ກຸມພາ 2021 ຫາວັນທີ 15 ກໍລະກົດ 2021 ໄດ້ສໍາເລັດ100%.

ໂຄງການກໍ່ສ້າງຫ້ອງການ ຊສ ຫຼັງໃໝ່ນີ້ ປະກອບມີອາຄານ 1 ຫຼັງ ຂະໜາດ 15X20 ແມັດ, ແບ່ງອອກເປັນ 5 ຫ້ອງເຮັດວຽກ, 1 ຫ້ອງປະຊຸມ ແລະ ຫ້ອງນໍ້າ 2 ຫ້ອງ ເຊີ່ງຫ້ອງການດັ່ງກ່າວ ແມ່ນເປັນປະເພດອາຄານຖາວອນ ກໍ່ດ້ວຍດີນຈີ່, ໂບກສອງໜ້າ, ໂຄງຫຼັງຄາເຫຼັກ, ມຸງດ້ວຍກະເບື້ອງ, ມີລະບົບໄຟຟ້າ, ນ້ຳປະປາຄົບຊຸດ, ລວມມູນຄ່າການກໍ່ສ້າງທັງໝົດ 798.000.000 ກີບ.

ຈາກນັ້ນ ໄດ້ມີການເຊັນມອບ – ຮັບລະຫວ່າງ ບໍລິສັດ ກັບ ພະແນກ ຊສ ແຂວງ ເຊິ່ງເຊັນມອບ ຂອງ ທ່ານ ອານຸສິດ ພົມພະຈັນ ຮອງຜູ້ອໍານວຍການບໍລິສັດ ແລະ ເຊັນຮັບໂດຍ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກ ຊສ ແຂວງບໍລິຄຳໄຊ ເພື່ອມອບຕໍ່ໃຫ້ພະນັກງານຫ້ອງການ ຊສ ເມືອງ ເປັນຜູ້ນໍາໃຊ້ ແລະ ປົກປັກຮັກສາຕໍ່ໄປ ໂດຍຊ້ອງໜ້າ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

About admins16