ນັກສຶກສາຊັ້ນກາງ ຮຸ່ນທີ 15 ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ກໍລະກົດ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໃຫ້ກຽດປາຖະກະຖາໂດຍ ທ່ານ ຈົ່ງຈົງ ຈົ່ງເຕັ່ງ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ມີນັກສຶກສາຊັ້ນກາງ ຮຸ່ນທີ 15 ແລະ ສະມາຊິກແມ່ຍິງພາຍໃນໂຮງຮຽນ ເຂົ້າຮ່ວມ.

ທ່ານ ຈົ່ງຈົງ ຈົ່ງເຕັ່ງ ໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນ ຂອງວຽກງານແມ່ຍິງ ວ່າ: ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ, ແຕ່ງຕັ້ງຄະນະໜ່ວຍ ເຊິ່ງປະກອບ ມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ.

ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດເຊິ່ງໃນໄລຍະນັ້ນ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ອົງການຈັດຕັ້ງແມ່ຍິງກໍ່ໄດ້ມີບົດບາດສຳຄັນ ໃນພະລະກິດຕໍ່ສູ້ປົດປ່ອຍປະເທດຊາດຂອງພັກ ເປັນຕົ້ນແມ່ນ ການຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ທະຫານ ທີ່ປະຕິບັດຫນ້າທີ່ຢູ່ແນວຫນ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍແລ້ວ ສະຫະພັນແມ່ຍິງລາວ ຍັງໄດ້ສືບຕໍ່ປະຕິບັດພາລະບົດບາດ ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດຖະບານແຕ່ລະໄລຍະ.

About admins16