ເມືອງປາກກະດິງ ເປີດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ຊຸດທີ IV

ຕອນເຊົ້າວັນທີ 22 ມິຖຸນາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ຢູ່ເມືອງປາກກະດິງ ຮຸ່ນທີ IV, ໂດຍການເປັນປະທານຂອງທ່ານ ສົມພອນ ຈັນທະນາສຸກ ເລຂາພັກເມືອງ ເຈົ້າເມືອງປາກກະດິງ, ທ່ານ ສົມນຶກ ລ່ອງອ່ອນ ຮອງອຳນວຍການໂຮງ ຮຽນທິດສະດີການເມືອງ – ການປົກຄອງ ແຂວງບໍລິຄຳໄຊ, ມີຫົວຫນ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍນັກສຳມະນາກອນ 66 ສະຫາຍ ເປັນສະມາຊິກພັກພະນັກງານຈາກຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ຊຸດອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຢູ່ເມືອງປາກກະດິງ, ຮຸ່ນທີ IV ມີນັກສຳມະນາກອນທັງໝົດ 66 ສະຫາຍ ເຊິ່ງການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນການຮຽນ – ການສອນໃນ 5 ກຸ່ມວິຊາ ຄື: ວິຊາປັດຊະຍາ ມາກ – ເລນິນ ມີ 8 ບົດ, ວິຊາເສດຖະສາດການເມືອງ 10 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ວິຊາບໍລິຫານສາດ 8 ບົດ, ວິຊາກໍ່ສ້າງພັກ 5 ບົດ ເຊີ່ງຈະໄດ້ບັນຍາຍ 151 ຊົ່ວໂມງ, ສຳມະນາໜ່ວຍ ແລະ ສຳມະນາຫ້ອງ 16 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງປາກເປົ່າ 35 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 35 ຊົວໂມງ ແລະ ລົງປະຕິບັດຕົວຈິງ 7 ຊົ່ວໂມງ.

 

About admin11