ກອງປະຊຸມສາມັນຄົບຄະນະກໍາມະການແນວລາວສ້າງຊາດ ເມືອງ ທ່າພະບາດ ຄັ້ງທີ 2 ສະໄໝທີ VII

ກອງປະຊຸມສາມັນຄົບຄະນະກໍາມະການແນວລາວສ້າງຊາດ ເມືອງ ທ່າພະບາດ ຄັ້ງທີ 2 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2022 ຢູ່ຫ້ອງປະຊຸມປົກຄອງເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ນ. ເກດແກ້ວ ກົມມະແສງ ກໍາມະການສູນກາງແນວ, ຮອງປະທານແນວລາວສ້າງຊາດແຂວງ ບໍລິຄໍາໄຊ, ທ່ານ ວົງດອນ ປັນຍານຸວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ກອງປະຊຸມຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ມີຄະນະກໍາມະການແນວລາວສ້າງຊາດເມືອງ, ປະທານແນວລາວສ້າງຊາດບ້ານ ແລະ ບັນດາທ່ານກໍາມະການພັກເມືອງ, ຫົວໜ້າຫ້ອງການ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ເຄນ ຍົມວິລາດ ຮອງປະທານແນວລາວສ້າງຊາດເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມະການແນວລາວສ້າງຊາດເມືອງໃນໄລຍະ1 ປີ ຜ່ານມາ ວ່າ: ແນວລາວສ້າງຊາດເມືອງ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ VII ຂອງແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ກໍ່ຄືການຈັດຕັ້ງປະຕິບັດມະຕິມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງແນວລາວສ້າງຊາດແຂວງ ແລະ ເມືອງ, ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ສົມທົບກັບອໍານາດການປົກຄອງ, ອົງການຈັດຕັ້ງທີ່ພາຄີ, ປະຊາຊົນບັນດາເຜົ່າ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເຂົ້າຮ່ວມທຸກຂະບວນການທີ່ເປັນການປະກອບສ່ວນ ທາງດ້ານວັດຖຸ – ເຫື່ອແຮງ ເຂົ້າໃນການຊ່ວຍເຫຼືອສັງຄົມ.

ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ແລະ ການຈັດຕັ້ງສັງຄົມ ເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ລະບຽບກົດໝາຍ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄໍາຄິດເຫັນ ເຂົ້າໃສ່ເນື້ອໃນບົດສະຫຼຸບໃຫ້ດີຂຶ້ນກວ່າເກົ່າ ແລະ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງທ່າພະບາດ ວ່າດ້ວຍການຢັ້ງຢືນ ຮັບຮອງເອົາຄອບຄົວ ສາມັກຄີປອງດອງ ຂອງອົງການແນວລາວສ້າງຊາດ ຈໍານວນ 285 ຄອບຄົວ.

 

About admin11