ໄຊຈຳພອນ ຈັດປະຊຸມປະຈໍາໄຕມາດ II ວຽກງານໂພຊະນາການ

ກອງປະຊຸມປະຈໍາໄຕມາດ II ຂອງກອງເລຂາຄະນະກໍາມະການດ້ານໂພຊະນາການຂັ້ນເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຄັ້ງວັນທີ 21 ມິຖຸນາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈໍາພອນ, ພາຍໃຕ້ການເປັນປະທານຂອງ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ໂດຍການເຂົ້າຮ່ວມຂອງທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ, ມີຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ພະນັກງານສາທາລະນະສຸກ ກໍຄືກອງເລຂາຄະນະກຳມະການໂພຊະນາການຂັ້ນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ, ການປັບປຸງການປະສານງານຂອງຄະນະກຳມະການ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວຽກງານໂພຊະນາການ ແລະ ການມີສ່ວນຮ່ວມຫຼາຍຂະແໜງການ ປະຈໍາໄຕມາດທີ 2 ປີ 2022 ໂດຍໄດ້ຍົກໃຫ້ຮູ້ເຖີງຂໍ້ມູນພື້ນຖານ ຂອງແຕ່ລະຂະແໜງ, ແຕ່ລະກິດຈະກໍາ ແລະ ຕົວຊີ້ບອກ ສົ່ງເສີມການຜະລິດພືດ, ໝາກໄມ້, ພືດທີ່ໃຫ້ທາດນ້ຳມັນ ແລະ ທາດແປ້ງເພື່ອບໍລິໂພກພາຍໃນຄົວເຮືອນ ແລະ ທ້ອງຖີ່ນໄດ້ຈຳນວນ 17 ບ້ານ.

ການປູກພຶດສະບຽງອາຫານ ແມ່ນໄດ້ເລັ່ງໃສ່ພືດລະດູແລ້ງ ເຊິ່ງທົ່ວເມືອງມີເນື້ອທີ່ທັງໝົດ  376,5   ຮຕ, ທຽບໃສ່ແຜນປີ 461 ຮຕ ປະຕິບັດໃດ້ 81,67 % ທຽບໃສ່ແຜນ  5 ປີ 600 ຮຕ ປະຕິບັດໄດ້ 62,73%, ໄດ້ສົ່ງເສີມການປູກເຂົ້ານາແຊງໄດ້ 27​ ຮຕ, ຜົນຜະລິດໄດ້ 94,5 ໂຕນ ສະມັດຕະພາບສະເລ່ຍ 3.5 ໂຕນ/ຮຕ, ທຽບໃສ່ແຜນປີ 35​ ຮຕ, ປະຕິບັດໄດ້ 77,14 % ທຽບໃສ່ແຜນ 5 ປີ 50 ຮຕ ປະຕິບັດໄດ້ 54 % ລົງຊຸກຍູ້ປະຊາຊົນປຸກເຮືອນຮົ່ມໄດ້ 6 ຫຼັງ ແລະ ໄດ້ມີການຂະຫຍາຍສັດລ້ຽງ ມາຮອດປະຈຸບັນທົ່ວເມືອງມີ ຄວາຍ 2.851 ໂຕ, ງົວ 2.309 ໂຕ, ໝູ 22.934 ໂຕ, ແບ້ 1.494 ໂຕ, ສັດປີກ 143.550 ໂຕ ທຽບໃສ່ແຜນປີ ສາມາດປະຕິບັດໄດ້ 98% ຂື້ນໄປ.

ສົ່ງເສີມໂພຊະນາການໃນແມ່ຍິງ, ແມ່, ເດັກອ່ອນ ແລະ ເດັກນ້ອຍ ສະໜອງຈຸລະສານອາຫານ ທີ່ມີໂພຊະນາການ ແລະ ສຸຂະພາບດີ ອັດຕາສ່ວນຮ້ອຍ ຂອງແມ່ຍິງຖືພາ ທີ່ໄດ້ຮັບຄຳປຶກສາ ກ່ຽວກັບການລ້ຽງດູ ເດັກອ່ອນ ແລະ ເດັກນ້ອຍ ໄດ້ 127 ຄົນ ເທົ່າກັບ 45% ແລະ ອັດຕາສ່ວນຮ້ອຍຂອງເດັກນ້ອຍທີ່ໄດ້ຮັບວັກຊີນກັນພະຍາດຄົບ ໄດ້ 102 ຄົນ ເທົ່າກັບ 36%.

ແຕ່ລະຂະແໜງການ ໄດ້ປະກອບຄຳຄິດຄຳເຫັນເຂົ້າຮ່າງບົດສະຫຼູບ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນສົມບູນ ພ້ອມແລກປ່ຽນບົດຮຽນລະຫວ່າງແຂວງ ກັບ ເມືອງ ແລະ ຄຳສະເໜີ ໃນຈັດຕັ້ງປະຕິບັດວຽກງານໂພຊະນາການ ໃຫ້ໄດ້ຮັບຜົນດີ ແລະ ສໍາເລັດຕາມລະດັບຄາດໝາຍ.

 

 

 

About admin11