ເມືອງປາກກະດິງ ເປີດຂະບວນການ ວັນສັກວັກຊີນແຫ່ງຊາດ (ວສຊ) ເພື່ອປ້ອງກັນພະຍາດ ໂຄວິດ-19

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 221/ຫສນຍ, ກ່ຽວກັບການຈັດຕັ້ງປະຕິບັດ ວັນສັກວັກຊີນແຫ່ງຊາດ (ວສຊ) ເພື່ອປ້ອງກັນພະຍາດໂຄວິດ – 19 ໃນຂອບເຂດທົ່ວປະເທດ. ພິທີເປີດຂະບວນການ ວັນສັກວັກຊີນແຫ່ງຊາດ (ວສຊ) ເພື່ອປ້ອງກັນພະຍາດໂຄວິດ-19 ໃນຂອບເຂດທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 15 ມີນາ  2022 ຢູ່ທີ່ຫ້ອງການບ້ານນ້ຳເດື່ອ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ.

 ທ່ານ ເພັດສົມພອນ ປະທຸມມະວັນ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງປາກກະດິງ ໄດ້ລາຍງານວ່າ: ມາຮອດປະຈຸບັນ ວຽກງງານສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນເມືອງປາກກະດິງ ສາມາດສັກຄົບໂດສ໌ 31.560 ຄົນ ເທົ່າກັບ 58,53% ແລະ ຍັງຕ້ອງສືບຕໍ່ເຄື່ອນໃຫວສັກວັກຊີນໃຫ້ກັບກຸ່ມເປົ້າໝາຍ ອາຍຸ 6 ຫາ 60 ປີ ມີ 48 ພັນກ່ວາຄົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເຊິ່ງໃນປີ 2022 ອັດຕາປົກຄຸມໃຫ້ຫຼາຍກ່ວາ 80% ຂອງປະຊາກອນ.

ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ໄດ້ຮຽກຮ້ອງມາຍັງພະນັກງານ,  ທະຫານ – ຕຳຫຼວດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈກັນ ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ຄົບຕາມກຳນົດທີ່ແພດໝໍແນະນຳ, ເປັນການສ້າງພູມຄຸ້ມກັນ ອຳນວຍຄວາມສະດວກໃຫ້ກັບການໃຊ້ຊີວິດປະຈຳວັນ ແລະ ການວາງແຜນພັດທະນາເສດຖະກິດ – ສັງຄົມຂອງຊາດ.

ຫຼັງຈາກເປີດພິທີແລ້ວ ກໍ່ໄດ້ເລີ່ມສັກວັກຊີນໃຫ້ກັບນ້ອງນັກຮຽນຊັ້ນປະຖົມບ້ານນ້ຳເດື່ອ.

 

About admin11