ຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ສະຫຼຸບວຽກງານວິຊາສະເພາະ ປີ 2021

ຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ  ໄດ້ເປີດກອງສະຫຼຸບວຽກງານວິຊາສະເພາະ ປີ 2021 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2022 ຂື້ນ ໃນຕອນເຊົ້າ ວັນທີ 17 ມີນາ 2022 ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນເອກ ຄໍາແພງ ນໍາພາວັນ  ປະທານກວດກາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ – ຄະນະຫ້ອງ, ແຂກຖືກເຊີນຈາກບັນດາຫ້ອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ບັນດາຄະນະພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ທ່ານ ພັນໂທ ບຸນລັບ ລາດສະວົງສຸກ  ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ  ໄດ້ຂື້ນຜ່ານຮ່າງບົດສະຫຼຸບວຽກງານວິຊາສະເພາະ  ປະຈໍາປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ  ປີ 2022,  ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຜົນງານຜົນສໍາເລັດທີ່ຍາດມາໄດ້ຫຼາຍດ້ານ ເຊັ່ນ:  ດ້ານການເມືອງ-ແນວຄິດ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ບັນດາມະຕິຄໍາສັ່ງ ຂອງຂັ້ນເທິງ ມາເຜີຍແຜ່ໃຫ້ພະນັກງານ-ນັກຮົບ ໄດ້ເຊື່ອມຊືມເປັນປະຈໍາ, ເຮັດໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກຂັ້ນເທິງ, ມີຄວາມສາມັກຄີ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ວຽກງານຈັດຕັ້ງ – ກໍ່ສ້າງກໍາລັງ  ສະເໜີເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໄດ້ 102 ສະຫາຍ, ຍິງ 09 ສະຫາຍ, ສົ່ງພະນັກງານໄປຍົກລະດັບວິຊາສະເພາະ ທາງພາຍໃນ ແລະ ຕ່າງປະເທດ 61 ສະຫາຍ, ຍິງ 16 ສະຫາຍ, ຍົກລະດັບທິດສະດີການເມືອງ-ການປົກຄອງ 07 ສະຫາຍ, ຍິງ 01 ສະຫາຍ.

ວຽກງານໂຄສະນາອົບຮົມ – ຂ່າວສານ ຮັບ ແລະ ແຈກຢາຍໜັງສືພິມ ປກສ 4.050 ສະບັບ, ວາລະສານ 90 ຫົວ, ຈັດພິທີປາຖະກະຖາ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໄດ້ 05 ຄັ້ງ, ມີຜູ້ເຂົ້າຮ່ວມ 1.157 ຄົນ, ຍິງ 405 ຄົນ, ຖ່າຍພາບ ໄດ້ 269 ຄັ້ງ, ຂຽນຂ່າວໄດ້ 260 ຄັ້ງ, ກວດແກ້ຂ່າວ, ຕັດຕໍ່ຂ່າວ, ສົ່ງຂ່າວໃຫ້ໂທລະພາບກະຊວງ, ແຂວງ ແລະ ສື່ຕ່າງໆ ໄດ້ 260 ຄັ້ງ, ຈັດລາຍການວິທະຍຸໄດ້ 72 ຄັ້ງ.

ວຽກງານພັກ-ອົງການຈັດຕັ້ງມະຫາຊົນ  ວຽກງານຂະຫຍາຍພັກ ສະເໜີເອົາມະຫາຊົນຜູ້ກ້າວໜ້າ ເຂົ້າຮຽນສະໜັບສະໜູນ 28 ສະຫາຍ, ຍິງ 13 ສະຫາຍ, ຮຽນລະບຽບພັກ 30 ສະຫາຍ, ຍິງ 08 ສະຫາຍ, ຕິດຕາມ ບັນດາໜ່ວຍຊາວໜຸ່ມ ແລະ ໜ່ວຍສະຫະພັນແມ່ຍິງ ທີ່ຂື້ນກັບຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ເຄື່ອນໄຫວວຽກງານຂະບວນການ, ວຽກງານວິຊາສະເພາະ  ຈົນສາມາດໄດ້ຮັບນາມມະຍົດເປັນຮາກຖານ 04 ບຸກ ແລະ ທຸງໄຊນໍາໜ້າ,  ເປັນໜ່ວຍຊາວໜຸ່ມ 04 ບຸກ 10 ໜ່ວຍ, ໜ່ວຍແມ່ຍິງ 03 ດີ 09 ໜ່ວຍ.

ວຽກງານກວດກາ – ປ້ອງກັນກໍາລັງ  ໄດ້ຕິດຕາມກວດກາ, ການປະຕິບັດໜ້າທີ່ວຽກງານຂອງບັນດາຫ້ອງ, ກອງ, ປກສ ເມືອງ  ຊອກໃຫ້ເຫັນດ້ານພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ  ເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງຮັບຊາບ,  ໄລຍະ 01 ປີຜ່ານມາ  ມີຄະດີເກີດຂື້ນໃນ ກໍາລັງ 11 ເລື່ອງ, ປະຕິບັດວິໃນຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ເຮັດຜິດລະບຽບຂອງພັກ ແລະ ລະບຽບຂອງກໍາລັງ ຈໍານວນ 14 ສະຫາຍ, ຍົກຍ້າຍໜ້າທີ່ 14 ສະຫາຍ, ໂຈະການຍ້ອງຍໍເລື່ອນຊັ້ນ 05 ສະຫາຍ, ປົດຊັ້ນ 09 ສະຫາຍ, ປົດຕໍາແໜ່ງ 09 ສະຫາຍ.

ວຽກງານນະໂຍບາຍ – ປະກັນສັງຄົມ  ສະເໜີຍ້ອງຍໍໃຫ້ພະນັກງານ – ນັກຮົບ ໃນກໍາລັງປ້ອງກັນຄວາມສະຫງົບແຂວງ, ໃນນັ້ນໄດ້ຮັບ ຫຼຽນໄຊແຮງງານ ຊັ້ນ II 49 ໜ່ວຍ, ຊັ້ນ III  251 ໜ່ວຍ,  ຫຼຽນໄຊອິດສະຫຼະ ຊັ້ນ III 02 ຫຼຽນ, ຫຼຽນກາແຮງງານ 355 ໜ່ວຍ, ໃບຍ້ອງຍໍຂັ້ນລັດຖະບານ 51 ສະຫາຍ, ໃບຍ້ອງຍໍກະຊວງ ປກສ 436 ສະຫາຍ, ຍ້ອງຍໍຂັ້ນກົມໃຫ່ຍການເມືອງ 300 ສະຫາຍ, ສະເໜີຍ້ອງຍໍ ບັນດາອົງການຈັດຕັ້ງ, ນັກທຸລະກິດ ແລະ ບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ໃບຊົມເຊີຍ  04 ໃບ, ໃບຂອບໃຈ 57 ໃບ.  ສະເໜີຂັ້ນເທິງອະນຸມັດສ້າງຄອບຄົວໄດ້ 34 ຄູ່, ສະເໜີລາພັກໄດ້ 105 ສະຫາຍ, ເບິກຈ່າຍເງີນອຸດໜູນເກີດລູກ, ເງີນປະສູດ, ຜ່າຕັດ, ນອນໂຮງໝໍ, ເສຍຊີວິດ ຈໍານວນ 146.215.522 ກີບ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມ ກໍ່ໄດ້ຜັດປ່ຽນກັນ ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ        ເພື່ອຄວາມເປັນເອກະພາບ ເປັນນໍາໄປຈັດຕັ້ງປະຕິບັດ ເພື່ອເຮັດສໍາເລັດທຸກໜ້າທີ່ວຽກງານການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

 

About admin11