ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກບ້ານນ້ຳທອນ

   ກອງປະຊຸມໃຫຍ່ຄັ້ງທີ VII ຂອງບ້ານ ແລະ ໜ່ວຍພັກບ້ານນ້ຳທອນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນ ແລະ ສຳເລັດລົງໃນວັນທີ 16 ມີນາ 2022 ຢູ່ທີ່ອາຣາມວັດຂອງບ້ານ, ພາຍໃຕ້ການເປັນປະທານຂອງທ່ານ ຄຳສິງ ລໍມະນີ ເລຂາພັກບ້ານ ນາຍບ້ານນ້ຳທອນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົງສະຫວັດ ຄຳສຸກຖາວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງປາກກະດິງ, ມີພະນັກງານກໍ່ສ້າງຮາກຖານ, ແຂກຖືກເຊີນ, ສະມາຊິກພັກ ກ ານຈັດຕັ້ງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນການຊີ້ນຳ – ນຳພາໄລຍະ 5 ປີຜ່ານມາ, ບ້ານນ້ຳທອນ ປະກອບມີ 8 ຊົນເຜົ່າ, ມີ 161 ຄອບຄົວ, ມີພົນລະເມືອງທັງໝົດ 1.008 ຄົນ, ຍິງ 516 ຄົນ, ໃນນັ້ນມີ ສະມາຊິກພັກ 15 ສະຫາຍ, ຍິງ 1 ສະຫາຍ, ປະຊາຊົນສ່ວນຫຼາຍ ມີອາຊີບທຳການຜະລິດ, ປູກຝັງ – ລ້ຽງສັດ ແລະ ຄ້າຂາຍຈຳນວນໜຶ່ງ.

ໄລຍະຜ່ານມາ ຄະນະພັກ ແລະ ອຳນາດການປົກຄອງບ້ານໄດ້ເອົາໃຈໃສ່ຊີ້ນຳ – ນຳພາ ການຈັດຕັ້ງບ້ານ 5 ຕຳແໜ່ງງານ ແລະ ພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍຢ່າງຕັ້ງໜ້າ ແລະ ດຳລົງຊີວິດຕາມແນວທາງນະໂຍບາຍໃນແຕ່ລະໄລຍະ ພາຍໃຕ້ກົດໝາຍບ້ານເມືອງວາງອອກ, ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽຮຽບຮ້ອຍ, ເຖິງຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເສດຖະກິດຄອບຄົວຂອງປະຊາຊົນພາຍໃນບ້ານກໍ່ຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ພາຍຫລັງຄະນະພັກ ແລະ ຄະນະບ້ານຊຸດເກົ່າກ່າວອຳລາໜ້າທີ່, ກອງປະຊຸມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແຕ່ງຕັ້ງບົ່ງຕົວ ຄະນະພັກ ແລະ ຄະນະບ້ານຊຸດໃໝ່ ໂດຍແຕ່ງຕັ້ງ ສະຫາຍ ຄຳສິງ ລໍມະນີ ເປັນເລຂາພັກບ້ານ ເປັນນາຍບ້ານນ້ຳທອນ, ສະຫາຍ ໄມແບ່ງ ໄຊຍະທອງສີ ເປັນຮອງເລຂາ ຮອງນາຍບ້ານ ແລະ ແຕ່ງຕັ້ງສະຫາຍ ຄຳແດງ ລາດທຳມະວົງ ເປັນຜູ້ກວດກາໜ່ວຍພັກ ແລະ ເປັນຮອງນາຍບ້ານ.

 

About admin11