ເມືອງປາກກະດິງ ມອບເງິນຊ່ວຍເຫຼືອສຸກເສີນບັນເທົາທຸກ ແກ່ຄອບຄົວທຸກຍາກອານາຖາ ທີ່ໄດ້ຮັບຜົນກະທົບຈາກ ພະຍາດໂຄວິດ-19

ໃນຕອນເຊົ້າວັນທີ 23 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງປາກກະດິງ ແຂວງບໍລິຄຳໄຊ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຈັດພິທີມອບເງີນຊ່ວຍເຫຼືອສຸກເສີນ ເພື່ອບັນເທົາທຸກ ແກ່ຄອບຄົວທີ່ທຸກຍາກອານາຖາ 10 ບ້ານ ພາຍໃນເມືອງປາກກະດິງ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ມີ 21 ຄອບຄົວ, ຄອບຄົວລະ 250.000 ກີບ, ລວມເປັນເງີນທັງໝົດ 5.250.000 ກີບ, ເປັນກຽດເຂົ້າຮ່ວມ ແລະ ມອບໂດຍທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ຮັບໂດຍຕາງໜ້າແຕ່ລະຄອບຄົວ, ໂດຍມີພະນັກງານ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

About admin11