ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານເຂດຈຸດສຸມໃຈກາງ ແຂວງບໍລິຄໍາໄຊ

ໃນຕອນເຊົ້າວັນທີ 22 ກໍລະກົດ 2021 ໄດ້ເປີດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານເຂດຈຸດສຸມໃຈກາງແຂວງ ບໍລິຄໍາໄຊ ທີ່ໄດ້ເຮັດສໍາເລັດໃນຈຳນວນ 11 ບ້ານ, ພາຍໃນ 04 ເມືອງ ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມເບີ 2 ກອງບັນຊາການ ປກສ ແຂວງ ເປັນປະທານໂດຍທ່ານ ພັອ ຜາຂົງ ດອກມະນີຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າຜູ້ຊີ້ນຳວຽກງານກອງກໍ່ສ້າງຮາກຖານ ປກສ ແຂວງ, ມີຫົວໜ້າຫ້ອງ, ຫົວໜ້າກອງເສນາກໍ່ສ້າງຮາກຖານ, ປກສ ເມືອງ 4 ເມືອງ ຕະຫລອດຮອດພະນັກງານວິຊາສະເພາະ ເຂົ້າຮ່ວມ.

ທ່ານ ພັຕ ບຸນຖອງ ລາດສະວົງສຸກ ຫົວໜ້າພະແນກຫ້ອງການ-ບໍລິຫານ ຫ້ອງສັນຕິບານ ປກສ ແຂວງ ທັງເປັນຮອງຫົວໜ້າກອງເສນາເຂດຈຸດສຸມໃຈກາງ ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງພັດທະນາເຂດຈຸດສຸມໃຈກາງແຂວງ ທີ່ໄດ້ເຮັດສໍາເລັດໃນຈຳນວນ 11 ບ້ານ, ພາຍໃນ 04 ເມືອງ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດຂອງການປະຕິບັດວຽກງານກໍ່ສ້າງຮາກຖານເຂດຈຸດສຸມໃຈກາງ ແລະ ຜົນງານທີ່ເຮັດໄດ້ ຄື: ໄດ້ເຜີຍແຜ່ເຊື່ອມຊືມແນວທາງ, ມະຕິ, ຄໍາສັ່ງ, ດໍາລັດ, ລະບຽບກົດໝາຍຕ່າງໆ ທີ່ຕິດພັນກັບບັນຫາທີ່ເກີດຂື້ນຢູ່ບ້ານຫຼໍ່ແຫຼມ, ເອກະສານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນໄລຍະໃໝ່, ກົດໝາຍອາຍາແຫ່ງ ສປປລາວ ພາກສະເພາະບາງມາດຕາ, ດໍາລັດເລກທີ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ມີປະຊາຊົນເຂົ້າຮັບຟັງຮ່ວມທັງໝົດ 3,803 ຄອບຄົວ, ຕີລາຄາໄດ້ 95%, ຕີລາຄາຄວາມຮັບຮູ້, ຄວາມເຂົ້າໃຈຂອງພໍ່ແມ່ປະຊາຊົນໄດ້ 85%, ວຽກງານເກັບກໍາສະຖິຕິພົນລະເມືອງໃນຈໍານວນ 11 ບ້ານ, ມີທັງໝົດ 320 ໜ່ວຍ, ມີ 5,564 ຄອບຄົວ, ໄດ້ຂື້ນສໍາມະໂນຄົວແລ້ວ 5,356 ຄອບຄົວ, ບໍ່ທັນໄດ້ຂື້ນສໍາມະໂນຄົວ 208 ຄອບຄົວ, ຄົນຕ່າງປະເທດອາໃສຢູ່ 497 ຄົນ, ຍິງ 221 ຄົນ.

ວຽກງານ ແກ້ໄຂເປົ້າໝາຍປະກົດການຫຍໍ້ທໍ້ ພາຍໃນບ້ານ: ຄັດຈ້ອນເປົ້າໝາຍໄດ້ທັງໝົດ 13 ກໍລະນີ ຄື: ເປົ້າໝາຍທີ່ພົວພັນຢາເສບຕິດ, ດື້ດ້ານ ນັກເລງອັນຕະພານ ໄດ້ກຳນົດ ຄັດຈ້ອນເປົ້າໝາຍ ນຳມາສຶກສາອົບຮົມ ສ້າງບົດບັນທຶກ ຈໍານວນ 776 ຄົນ, ຍິງ 39 ຄົນ.

ຍົກຍ້າຍຖີ່ນຖານບໍ່ຖືກຕ້ອງ 160 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມມີ 162 ຄອບຄົວ, ມີອາວຸດເຖື່ອນ (ຈັກສະຕີ່ນ, ໝໍ້ຊ໋ອດ, ປືນ, ທາດລະເບີດ) 155 ເປົ້າໝາຍ, ຄ້າ-ຂາຍເຖື່ອນ 61 ຄົນ, ຍີງ 38 ຄົນ, ຂີ້ລັກງັດແງະ 35 ຄົນ, ຕັ້ງພູມລໍາເນົາບໍ່ຖືກຕ້ອງ 107 ຄອບຄົວ, ມີ 403 ຄົນ, ຍິງ 317 ຄົນ, ຂັດແຍ່ງທີ່ດີນ 19 ຄອບຄົວ, ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ 6 ຄົນ.

ວຽກງານປີ່ນອ້ອມ ໄດ້ແກ້ໄຂປະກົດການຫຍໍ້ທໍ້, ກັກຕົວຜູ້ຕ້ອງສົງໃສໄດ້ ທັງໝົດ 172 ຄົນ, ຍິງ 14 ຄົນ, ຢຶດຂອງກາງຄະດີໄດ້ທັງໝົດ: ລົດໃຫ່ຍ 4 ຄັນ, ລົດຈັກ 25 ຄັນ, ຢາບ້າ 18,150 ເມັດ, ຢາໄອ 02 ຫຼອດນ້ອຍ, ຄັນຊາແຫ້ງ 485,2 ກິໂລກຼາມ, ອຸປະກອນສູບຝີ່ນ 02 ຊຸດ, ທາດແຕກ 3 ແທ່ງ ນໍ້າໜັກ 8,2 ກິໂລກະລຼາມ, ແກັບໝາກຝ້າ 68 ດອກ, ແກັບ 34 ກັບ, ປືນປະດິດ 20 ກະບອກ, ປືນລົມ 01 ກະບອກ, ປືນແກັບ 55 ກະບອກ, ປືນແວ່ງ 3 ບອກ, ພ້ອມດ້ວຍລູກປືນຈໍານວນໜຶ່ງ, ເງິນກີບຈໍານວນ 98,131,000 ກີບ, ເງີນໂດລາ 602 ໂດລາ, ເງີນດົ່ງ 1,710,000 ດົ່ງ, ເງີນໃບໜຶ່ງແສນ(ກີບປອມ) 33 ໃບ.

ແກ້ໄຂຂໍ້ຂັດແຍ່ງທີ່ດິນ ຈໍານວນ 05 ກໍລະນີ, ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານຫຼໍ່ແຫຼມປະເພດຄອມພິວເຕີ, ເຄື່ອງນຸ່ງຮົ່ມ, ຕູ້ນໍ້າເຢັນ, ໂຕະຕັ່ງ ແລະ ອຸປະກອນການຮຽນມູນຄ່າ 49.800.000 ກີບ (ສີ່ສິບເກົ້າລ້ານ ແປດແສນກີບ) ດ້ວຍການລະດົມທຶນຈາກມະຫາຊົນບໍລິສັດຫ້າງຮ້ານຕ່າງໆ, ສ້າງທາງຊອຍປູດ້ວຍຢາງ ແລະ ຫີນຈຳນວນ 4 ເສັ້ນ, ມູນຄ່າ 298.279.000 ກີບ (ສອງຮ້ອຍເກົ້າສິບແປດລ້ານສອງແສນເຈັດສິບເກົ້າພັນກີບ), ນໍາພາປະຊາຊົນອອກແຮງງານ ອານາໄມລວມບ້ານ 33 ຄັ້ງ, ມີຜູ້ເຂົ້າຮ່ວມ 3.670 ຄົນ, ຍິງ 2.020 ຄົນ.

ທີ່ປະຊຸມ ໄດ້ມີການປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ຜົນຂອງການຈັດຕັ້ງປະຕິບັດວຽກງານ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂ ຂໍ້ຄົງຄ້າງບາງດ້ານ ແລະ ວາງທິດທາງ ແຜນການໃນການສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ, ຖືເອົາວຽກງານສຶກສາອົບຮົບ-ການເມືອງແນວຄິດ, ສືບຕໍ່ແກ້ໄຂບັນດາເປົ້າໝາຍທີ່ຍັງຄ້າງຄາ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສໍາເລັດ ຢ່າງມີປະສິດທິຜົນສູງ.

 

About admin11