ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງວຽງທອງ ສະຫຼຸບປະຈໍາ 6 ເດືອນ ຕົ້ນປີ 2021

ໃນວັນທີ 23 ກໍລະກົດ 2021 ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການປົກຄອງເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າ, ຄະນະ, ພະນັັກງານພາຍໃນໜ່ວຍບໍລິການເມືອງວຽງທອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ໄຊຊະນະ ລໍມະນີ ຫົວໜ້າທະນາຄານນະໂຍບາຍ ໜ່ວຍບໍລິການເມືອງວຽງທອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວໃນໄລຍະ 6 ເດືອນຜ່ານມາ ວ່າ: ໄດ້ສະໜອງສິນເຊື່ອເຂົ້າເຖີງ 32 ບ້ານ, ມີ 365 ກຸ່ມຜູ້ກູ້ຢືມ, ມີ 2.392 ຄອບຄົວ, ຄອບຄົວທຸກຍາກໄດ້ຮັບສິນເຊື່ອ 292 ຄອບຄົວ, ມີຍອດສິນເຊື່ອທັງໝົດ 13.295.475.000 ກີບ, ໃນນັ້ນ ທຶນໄລຍະສັ້ນ 556.745.000 ກີບ, ທຶນໄລຍະກາງ 824.333.000 ກີບ ແລະ ທຶນໄລຍະຍາວ 11.914.397.000 ກີບ, ເກັບກູ້ໜີ້ສິນຕົ້ນທຶນໄດ້ທັງໝົດ 1.452.054.000 ກີບ ເທົ່າກັບ 83%, ເກັບດອກເບ້ຍໄດ້ 520.878.737 ກີບ ເທົ່າກັບ 80%, ໃນນີ້ ມີດອກເບ້ຍປົກກະຕິ 231.551.321 ກີບ, ດອກເບ້ຍກາຍສັນຍາ 289.327.415 ກີບ.

ກອງປະຊຸມ ໄດ້ຜ່ານທິດທາງແຜນການ 6 ເດືອນທ້າຍ ປີ 2021 ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ໄດ້ພັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບ ເພື່ອຄວາມເປັນເອກະພາບແລ້ວນຳໄປຈັດຕັ້ງປະຕິບັດ.

About admin11