ເມືອງປາກກະດິງ ຈັດພິທີສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2020


ເພື່ອເປັນການຊົມເຊີຍວັນສັກປ້ອງກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ຂອງທຸກໆປີ ທີ່ໄດ້ໝຸນວຽນມາຄົບຮອບອີກວາລະຫນຶ່ງ. ໃນຕອນເຊົ້າວັນທີ 13 ພະຈິກ 2020 ນີ້ ຫ້ອງການກະສິກຳແລະ ປ່າໄມ້ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີ ເປີດການຈັດຕັ້ງປະຕິບັດສັກຢາປ້ອງກັນພະຍາດສັດລ້ຽງປະຈຳປີຂື້ນ ຢູ່ທີ່ສະໂມສອນເດີ່ນກິນຈຽງບ້ານທົ່ງນາມີ. ເປັນກຽດເຂົ້າຮ່ວມຂອງທ່ານ ໂຄສາຈານ ແສນທະວີໄຊ ຮອງເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ມີແຂກຖືກເຊີນ, ສັດຕະວະແພດເມືອງ, ສັດຕະວະແພດບ້ານ ແລະ ພໍ່ແມ່ປະຊາຊົນຜູ້ລ້ຽງສັດ ເຂົ້າຮ່ວມ.


ທ່ານ ໂຄສາຈານ ແສນທະວີໄຊ ກ່າວວ່າ: ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ແມ່ນອີງໃສ່ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ສະບັບປັບປຸງໃໝ່ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016, ມາດຕາ 111 ວ່າດ້ວຍການສັກຢາປ້ອງກັນພະຍາດສັດແຫ່ງຊາດ ໄດ້ກຳນົດເອົາວັນທີ 11 ພະຈິກ ຂອງທຸກໆປີ ເປັນວັນສັກປ້ອງກັນພະຍາດສັດແຫ່ງຊາດ, ຈຶ່ງໄດ້ເຊີນຊວນພໍ່ແມ່ປະຊາຊົນຜູ້ລ້ຽງສັດໃຫ້ຮັບຮູ້ ເຂົ້າໃຈ ເຫັນໄດ້ຄວາມສຳຄັນ ແລະ ຕື່ນຕົວ ໃນການສັກຢາປ້ອງກັນພະຍາດສັດລ້ຽງຂອງຕົນ ເພື່ອໃຫ້ສັດລ້ຽງມີການເຕີບໃຫຍ່ຂະຫຍາຍຕົວ ຕາມຄາດໝາຍ, ຮັບປະກັນສະບຽງອາຫານ ແລະ ສາມາດສ້າງເສດຖະກິດຄອບຄົວໃຫ້ດີຂື້ນເທື່ອລະກ້າວ.

ຢາທີ່ນຳມາສັກໃນຄັ້ງນີ້ ປະກອບມີ: ຢາວັກຊີນປ້ອງກັນພະຍາດເຕົ້າໂຮມເລືອດງົວ-ຄວາຍ, ປ້ອງກັນປາກເປື່ອຍລົງເລັບງົວ-ຄວາຍ, ປ້ອງກັນອະຫິວາໝູ-ອະຫິວາສັດປີກ, ນີວຄາເຊີນອ່ອນ-ນີວຄາເຊີນແກ່ ແລະ ວັກຊີນກັນວໍ້ໝາ ເຊີ່ງໃນມື້ດຽວກັນ ສາມາດສັກຢາວັກຊີນປ້ອງກັນພະຍາດເຕົ້າໂຮມເລືອດ ແລະ ປາກເປື່ອຍລົງເລັບງົວ-ຄວາຍໄດ້ຈຳນວນໜຶ່ງ ແລະ ຍັງໄດ້ແນະນຳວິທີສັກຢາສັດພ້ອມທັງມອບຢາໃຫ້ເຈົ້້າຂອງສັດລ້ຽງ ເພື່ອນຳໄປສັກໃຫ້ສັດລ້ຽງຂອງຕົນອີກຈຳນວນໜື່ງ.

About admin11