ບໍລິຄຳໄຊ ສໍາຫຼວດສະຖິຕິກະສິກໍາ ທົ່ວປະເທດ ຄັ້ງທີ 3 ທີ່ເມືອງຄຳເກີດ


ໃນຕອນເຊົ້າວັນທີ 15 ພະຈິກ 2020 ນີ້, ທ່ານ ເນດສາຄອນ ໂນວັນນະຈິດ ຫົວໜ້າສູນສະຖິຕິແຂວງບໍລິຄໍາໄຊ ຄະນະຊີ້ນໍາການສໍາຫຼວດຂັ້ນແຂວງ ພ້ອມຄະນະ ໄດ້ສົ່ງນັກເດີນສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ່ 3 ທີ່ບ້ານນາກະດົກ ເມືອງຄໍາເກີດ ແຂວງບໍລິຄຳໄຊ ເຊິ່ງມີນັກເດີນສໍາຫຼວດທັງໝົດມີ 6 ຄົນ ແບ່ງອອກເປັນ 3 ທີມ ມີ 21 ບ້ານ 335 ຄົວເຮືອນ.


ການສຳຫລວດສະຖິຕິກະສິກຳ ຄັ້ງທີ 3 ນີ້ ແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງທ່ານາຍົກລັດຖະມົນຕີ ສະບັບເລກທີ 46/ນຍ, ລົງວັນທີ 31 ພຶດສະພາ 2017 ວ່າດ້ວຍການຈັດຕັ້ງປະຕິບັດການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3 ປີ 2019-2020.

ການສໍາຫຼວດສະຖິຕິກະສິກໍາ ແມ່ນການສໍາຫຼວດໃຫຍ່ທົ່ວປະເທດທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໃສທັດ 2030 ທີ່ຈະໄດ້ຈັດຕັ້ງປະຕິບັດໃນທຸກໆ 10 ປີ.

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໂດຍການປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ເວົ້່າສະເພາະແມ່ນກະຊວງກະສິກໍາ ແລະ ປ່າໄມ້ ໄດ້ດໍາເນີນການສໍາຫຼວດກະສິກໍາມາແລ້ວ 2 ຄັ້ງ ໃນປີ 1998-1999 ແລະ ປີ 2010-2011, ຜົນຈາກການສໍາຫຼວດດັ່ງກ່າວ ສອງຄັ້ງທີ່ຜ່ານມາ ໄດ້ສະໜອງຂໍ້ມູນທີ່ສໍາຄັນກ່ຽວກັບໂຄງສ້າງພື້ນຖານທາງດ້ານເສດຖະກິດກະສິກໍາ, ການຄອບຄອງດິນກະສິກໍາ, ເນື້ອທີ່, ການນໍາໃຊ້ທີ່ດິນ, ການປູກຝັງ, ການລ້ຽງສັດ, ການປະມົງ ລວມທັງການນໍາໃຊ້ເຄື່ອງມື ແລະ ແຮງງານ ໃນການຜະລິດກະສິກໍາ ເຊິ່ງເປັນຂໍ້ມູນທີ່ເປັນປະໂຫຍດສໍາລັບການສ້າງແຜນນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນນະໂຍບາຍດ້ານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຢາກໃນແຕ່ລະໄລຍະ.


ການຈັດຕັ້ງປະຕິບັດການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3 ປີ 2019-2020 ແມ່ນເປັນຂີດໝາຍທີ່ສໍາຄັນ ໃນການສະໜອງຂໍ້ມູນທາງດ້ານກະສິກໍາ ໃນຮອບໄລຍະ 10 ປີ ຂອງ ສປປ ລາວ. ເຊິ່ງເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຕິດຕາມ ແລະ ປະເມີນສະພາບການຜະລິດກະສິກໍາ ໃນຂອບເຂດທົ່ວປະເທດ, ເປັນແຫຼ່ງຂໍ້ມູນຕົ້ນຕໍສໍາລັບການຕິດຕາມ ແລະ ການປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ໃນການວາງແຜນ 5 ປີ ຄັ້ງທີ 9 ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030 ເວົ້າລວມ, ເວົ້າສະເພາະ ການຜະລິດສະບຽງອາຫານ, ການຄຸ້ມຄອງທີ່ດິນກະສິກໍາ, ການນໍາໃຊ້ດິນກະສິກໍາ, ປະສິດຕິພາບໃນການນໍາໃຊ້ລະບົບຊົນລະປະທານ, ການປູກຝັງ, ລ້ຽງສັດ ແລະ ການປະມົງ.

ນອກຈາກນີ້ ຍັງເປັນບ່ອນອີງໃຫ້ແກ່ການຕີລາຄາ ວຽກງານພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກໃນຂັ້ນທ້ອງຖິ່ນເຫຼົ່ານີ້ເປັນຕົ້ນ.

ການລົງສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3 ປີ 2019-2020 ທີ່ເມືອງຄໍາເກີດ ແມ່ນຈະເລີ່ມແຕ່ວັນທີ 15 ພະຈິກ-15 ທັນວາ 2020 ຈິ່ງສໍາເລັດ.

About admin11