ອົງການກາແດງແຂວງບໍລິຄໍາໄຊ ມອບເຄື່ອງໃຫ້ນັກຮຽນສາມັນກິນນອນຊົນເຜົ່າ


ໂດຍເຫັນໄດ້ຄວາມຈຳເປັນ ແລະ ສຳຄັນ ໃນການຊຸກຍູ້ວຽກງານການສຶກສາ ອົງການກາແດງແຂວງບໍລິຄໍາໄຊ ໄດ້ລົງມາມອບເຄື່ອງໃຫ້ນັກຮຽນສາມັນກິນນອນຊົນເຜົ່າ ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນຕອນເຊົ້າຂອງວັນທີ 16 ພະຈິກ 2020 ທີ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າ ໂດຍການນໍາພາຂອງທ່ານ ບຸນຍົງ ປັນຍານຸວົງ ຮອງອົງການກາແດງ ແຂວງບໍລິຄໍາໄຊ.


ທ່ານ ອາຈານ ອ່າງຄໍາ ດາລາສຸກ ຮອງອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າ ໄດ້ລາຍງານສະພາບລວມຂອງໂຮງຮຽນສາມັນກິນນອນຊົນເຜົ່າ ວ່າ: ໃນສົກຮຽນ 2020-2021 ນີ້ ໂຮງຮຽນສາມັນກິນນອນຊົນເຜົ່າ ມີຄູອາຈານສອນທັງໝົດ 36 ຄົນ, ຍິງ 17 ຄົນ, ມີນັກຮຽນນອນໃນຫໍພັກທີ່ມາຈາກ 7 ຕົວເມືອງຂອງແຂວງບໍລິຄໍາໄຊ ທັງໝົດ 214 ຄົນ, ຍິງ 93 ຄົນ ຈາກນັກຮຽນທັງໝົດ 1.082 ຄົນ, ຍິງ 545 ຄົນ, ມີຫ້ອງຮຽນທັງໝົດ 24 ຫ້ອງ ສະເລ່ຍນັກຮຽນຕໍ່ຫ້ອງແມ່ນ 54 ຄົນຕໍ່ຫ້ອງ.

ຈາກນັ້ນ ທ່ານ ບຸນຍົງ ປັນຍານຸວົງ ຮອງອົງການກາແດງ ແຂວງບໍລິຄໍາໄຊ ຍັງໄດ້ໂອ້ລົມວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີເສື້ອກັນໜາວເດັກນ້ອຍ ແລະ ຜູ້ໃຫຍ່ ເຊິ່ງໄດ້ມາຈາກການອຸປະຖໍາ ຈາກຫຼາຍພາກສ່ວນ ເພື່ອຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນເຄື່ອງນຸ່ງຫົ່ມ. ພ້ອມນັ້ນ ທ່ານ ກໍ່ໄດ້ແຈກຢາຍເຄື່ອງດັ່ງກ່າວໃຫ້ແກ່ນ້ອງນັກຮຽນ ທີ່ນອນໃນຫໍພັກໂຮງຮຽນສາມັນກິນນອນຊົນເຜົ່າ ຢ່າງທົ່ວເຖີງກັນ.

About admin11