ເມືອງປາກກະດິງ ຈັດກອງປະຊຸມ ກຳນົດແຜນເຄື່ອນໄຫວດຳເນີນໂຄງການ ວຽກງານກໍ່ສ້າງຮາກຖານ

ຕອນເຊົ້າວັນທີ 5 ເມສາ 2021 ຢູທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ກຳນົດແຜນເຄື່ອນໄຫວດຳເນີນໂຄງການຂອງວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2021. ພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານຂັ້ນເມືອງ, ມີຄະນະປະຈຳ-ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຄົ້ນຄ້ວາປຶກສາຫາລື ວາງແຜນເຄື່ອນໃຫວດຳເນີນໂຄງການຂອງວຽກງານກໍ່ສ້າງຮາກຖານ ໂດຍປະທານກອງປະຊຸມໄດ້ຊີ້ແຈງແນະນຳ 4 ໜ້າວຽກໃຫຍ່ທີ່ເຄັ່ງຮ້ອນ ໂດຍສະເພາະແມ່ນ: ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປັບປຸງລະບົບການເມືອງ ແລະ ວຽກງານປັບປຸງກໍ່ສ້າງຂະຫຍາຍພັກ  ພ້ອມເລັ່ງແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ສຳມະນາວິທະຍາສາດ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແນໃສ່ເຮັດໃຫ້ວຽກງານກໍ່ສ້າງຮາກຖານຢູ່ພາຍໃນເມືອງປາກກະດິງ ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.

ໃນໂອກາດດຽວກັນ ຍັງໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໃຫ້ 12 ໜ່ວຍພັກຮາກຖານທີ່ຂື້ນກັບອົງຄະນະພັກເມືອງປາກກະດິງ ຄື: ໜ່ວຍພັກຮາກຖານ ອົງການຈັດຕັ້ງມະຫາຊົນ, ໜ່ວຍພັກຮາກຖານ ຫ້ອງວ່າການ, ໜ່ວຍພັກຮາກຖານ ຫ້ອງການກະສິກຳ ແລະ ປ່າໄມ້, ໜ່ວຍພັກຮາກຖານ ອົງການຈັດຕັ້ງພັກພະນັກງານ, ໜ່ວຍພັກຮາກຖານ ຫ້ອງການແຮງງານ-ສະຫວັດດີການສັງຄົມ, ໜ່ວຍພັກຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໜ່ວຍພັກຮາກຖານ ຫ້ອງການການເງີນ, ໜ່ວຍພັກຮາກຖານ ຫ້ອງການແຜນການ ແລະ ການລົງທຶນ, ໜ່ວຍພັກຮາກຖານ ຫ້ອງການແນວລາວສ້າງຊາດ, ໜ່ວຍພັກຮາກຖານ ໂຄສະນາ ແລະ ຍຸຕິທຳ, ໜ່ວຍພັກຮາກຖານ ໂຍທາທິການ ແລະ ຂົນສົ່ງ, ໜ່ວຍພັກຮາກຖານ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໜ່ວຍພັກຮາກຖານ ຫ້ອງການອຸດສາຫະກຳ ແລະ ການຄ້າ ແລະ 4 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານສຶກສາທິການ ແລະ ກິລາເມືອງ ຄື: ໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ, ໜ່ວຍພັກໂຮງຮຽນມັດທະຍົມສຶກສາຕອນຕົ້ນໂພນສີ, ໜ່ວຍພັກກຸ່ມໂຮງຮຽນປະຖົມໂພນສີ.

ເປັນກຽດມອບໃບຢັ້ງຢືນໂດຍສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ.

About admin11