ສສຊ ແລະ ສສຂ ເຂົ້າວາງພວງມາລາ ຢູ່ 3 ສະຖານທີ່ສຳຄັນຂອງແຂວງ

ພິທີວາງພວງມາລາກະຕ່າດອກໄມ້ ໄດ້ຈັດຂຶ້ນໃນຕອນເຊົ້າເວລາ 6:00 ໂມງ ຂອງວັນທີ 6 ເມສາ 2021 ໂດຍມີທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ເຂົ້າຮ່ວມ.

ພິທີດັ່ງກ່າວແມ່ນໄດ້ເລີ່ມຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ.

ຈາກນັ້ນ ໄດ້ສືບຕໍ່ຢູ່ອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ ທີ່ທ່ານໄດ້ມີຜົນງານອັນໃຫຍ່ຫຼວງ ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າ ຕະຫລອດກາລະນານ.

About admins16