ປກສ ເມືອງບໍລິຄັນ ປາຖະກະຖາວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ

ຕອນເຊົ້າຂອງວັນທີ່ 02 ເມສາ 2021 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປາຖະກະຖາລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຄົບຮອບ60 ປີ, ( 5 ເມສາ 1961 ຫາ 2021 ) ຂື້ນ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານ ຂອງທ່ານ ວັນເລີນ ປຸ້ຍໄມນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງບໍລິຄັນ, ມີຄະນະພັກ-ຄະນະກອງບັນຊາການ , ພະນັກງານ-ນັກຮົບ, ກໍາລັງປ້ອງກັນຊາດເມືອງ, ພະນັກງານ-ລັດຖະກອນ ຫ້ອງການອ້ອມຂ້າງເມືອງ, ຕະຫຼອດຮອດນ້ອງນັກຮຽນ ມ.ສ ບໍລິຄັນ ເຂົ້າຮ່ວມ.

ທ່ານ ວັນເລີນ ປຸ້ຍໄມນີ ໄດ້ຍົກໃຫ້ເຫັນແຕ່ລະບາດກ້າວ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ທີ່ເປັນກໍາລັງປະກອບອາວຸດປະຕິວັດ ອັນແຫຼມຄົມ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງຂື້ນ, ນຳພາເດັດຂາດໂດຍກົງ ແລະ ຮອບດ້ານ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນການຕໍ່ສູ້ປົດປ່ອຍຊາດ, ຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອຕໍ່ສູ້ ອັນອົງອາດກ້າຫານ, ມີນຳໃຈເສຍສະຫຼະ ບໍ່ຍອມຈຳນົນຕໍ່ສັດຕູ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກຳລັງປ້ອງກັນຄວາມສະຫງົບ ຍິ່ງມີພາລະໜັກໜ່ວງ ແລະ ສຳຄັນ ໃນການເຮັດໜ້າທີ່ປ້ອງກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອປົກປ້ອງໝາກຜົນຂອງການປະຕິວັດ ນຳພາປະຊາຊົນ ສ້າງສາພັດທະນາປະເທດຊາດ ເພື່ອນຳເອົາຄວາມຢູ່ເຢັນເປັນສຸກ ມາໃຫ້ປວງຊົນລາວທັງຊາດ.

ຕອນທ້າຍພິທີຍັງໄດ້ມອບຫຼຽນປະເພດຕ່າງໆ ແລະ ໃບຍໍຍ້ອງໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະ10 ປີ ຜ່ານມາ ຈຳນວນ 170 ສະຫາຍ, ຍີງ 15 ສະຫາຍ, ໃນນັ້ນ ຫຼຽນໄຊແຮງງານ ຊັ້ນ II 02 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 22 ສະຫາຍ, ຍິງ 01 ສະຫາຍ, ຫຼຽນກາແຮງງານ 23 ສະຫາຍ, ຍີງ 04 ສະຫາຍ, ໃບຍ້ອງຍໍລັດຖະບານ 02 ສະຫາຍ, ຍີງ 01 ສະຫາຍ, ໃບຍ້ອງຍໍລັດຖະມົນຕີກະຊວງປ້ອງ 23 ສະຫາຍ, ຍີງ 06 ສະຫາຍ, ຍ້ອງຍໍກົມໃຫຍ່ການເມືອງ 09 ສະຫາຍ, ຍີງ 03 ສະຫາຍ, ໃບຍ້ອງຍໍເຈົ້າເມືອງ 99 ສະຫາຍ, ໃຫ້ກຽດຂື້ນມອບຂອງທ່ານ ວັນເລີນ ປຸ້ຍໄມນີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າ ເມືອງບໍລິຄັນ.

About admin11