ເມືອງບໍລີຄັນ ຈັດສົ່ງຊາວໜຸ່ມອາສາເຂົ້າພັນທະປ້ອງກັນຊາດ

ໃນຕອນບ່າຍຂອງວັນທີ 29 ທັນວາ 2020 ຢູ່ກອງບັນຊາການທະຫານເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີນໍາສົ່ງຊາວໜຸ່ມອາສາສະໝັກ ເຂົ້າເປັນທະຫານພັນທະໃໝ່ ໃຫ້ກອງບັນຊາການທະຫານແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຄໍາ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງບໍລິຄັນ, ທ່ານ ພັນໂທ ລັງສີ ຫຼວງສຸວັນນະວົງ ຮອງກອງບັນຊາການທະຫານເມືອງບໍລິຄັນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ມີບັນດາຄະນະຮັບຜິດຊອບລະດົມພົນຂັ້ນເມືອງ ຕະຫຼອດຮອດອ້າຍນ້ອງຊາວໝຸ່ມທະຫານພັນທະໃໝ່ ເຂົ້າຮ່ວມ.

ໂດຍປະຕິບັດຕາມກົດໝາຍພັນທະປ້ອງກັນຊາດ ແລະ ປະຕິບັດຕາມການແບ່ງຕົວເລກມອບໝາຍຂອງແຂວງ ກໍ່ຄືກົມໃຫຍ່ເສນາທິການກອງທັບ ກອງບັນຊາການທະຫານເມືອງບໍລິຄັນ ຈຶ່ງໄດ້ຈັດຕັ້ງປະຕິບັດວຽກງານລະດົມພົນຕາມຕົວເລກຂອງກອງບັນຊາການທະຫານແຂວງມອບໝາຍໃຫ້ ໃນສົກປີ2020 ຈໍານວນ 15 ສະຫາຍ, ສາມາດລະດົມໄດ້ 15 ສະຫາຍ.

ທ່ານ ສີຄຳ ໄຊຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ທີ່ໄດ້ເອົາໃຈໃສ່ໃນການລະດົມພົນ ໄດ້ຕາມລະດັບຄາດໝາຍທີ່ແຂວງໄດ້ກໍານົດໄວ້ ແລະ ທ່ານຍັງໄດ້ເນັ້ນໃຫ້ກໍາລັງຊາວໜຸ່ມໄວໜຸ່ມ ທີ່ໄດ້ສະໝັກໃຈປະກອບສ່ວນເຂົ້າໃນກໍາລັງປ້ອງກັນຊາດ ເພຶ່ອຮັບໃຊ້ສັງຄົມ ຮັບໃຊ້ປະເທດຊາດ ເພື່ອເຮັດໃຫ້ບ້ານເມືອງ ກໍ່ຄືເຂດນໍ້າແດນດິນ ມີຄວາມສະຫງົບ ຮັກສາຄວາມສາມັກຄີໝູ່ເພື່ອນໃຫ້ເປັນປືກແຜ່ນແໜ້ນໜາ ເຮັດໃຫ້ປະຊາຊົນມີຄວາມອຸ່ນອຽນທຸ່ນທ່ຽງ, ພ້ອມກັນສ້າງສາພັດທະນາເສດຖະກິດຂອງຕົນໃຫ້ມີຮັ່ງມີເຂັ້ມແຂງຂື້ນເປັນກ້າວໆ.

 

About admin11