ມອບ-ຮັບໜ້າທີ່ ລະຫວ່າງເລຂາພັກເມືອງ-ເຈົ້າເມືອງວຽງທອງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງ ວຽງທອງ ແຂວງ ບໍລິຄຳໄຊ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 30 ທັນວາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ບໍລິຄຳໄຊ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາພັກບ້ານ ບ້ານໃຫຍ່ ເຂົ້າຮ່ວມເປັຍສັກຂີພິຍານ.

ໂດຍອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ຫ່ງ ສປປ ລາວ ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ໝວດທີ IV, ມາດຕາທີ 20 ກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້າແຂວງ-ເຈົ້າຄອງນະຄອນຫຼວງ, ອີງຕາມ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ ລົງວັນທີ 18 ທັນວາ 2015 ແລະ ອີງຕາມນິຕິກຳທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຄະນະປະຈຳພັກແຂວງ ບໍລິຄຳໄຊ ຕົກລົງ ຍົກຍ້າຍ ສະຫາຍ ວົງສີທອງສີ ອິນທິປັນຍາ ຄະນະປະຈຳພັກແຂວງ ເຈົ້າເມືອງວຽງທອງ ຜູ້ເກົ່າ ໄປປະຈຳການຮັບໜ້າທີ່ໃໝ່ ຢູ່ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ຄຳແພນ ວີລືທຳ ກຳມະການພັກແຂວງ ເປັນເລຂາພັກເມືອງ ເຈົ້າເມືອງວຽງທອງ ຜູ້ໃໝ່.

ທ່ານ ວັນວິໄລ ແດນພູຫຼວງ ກ່າວວ່າ ການຍົກຍ້າຍບ່ອນປະຈຳການຂອງພະນັກງານຂັ້ນນຳພາ-ຄູ້ມຄອງ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍໃໝ່, ພ້ອມເນັ້ນ ໃຫ້ຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ແລະ ພະນັກງານຫຼັກແຫຼ່ງຫ້ອງວ່າການປົກຄອງເມືອງທຸກຂັ້ນ ຈົ່ງໄດ້ເພີ່ມທະວີຍົກລະດັບຄວາມສາມາດ ເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ, ກຳໃຫ້ໄດ້ຈຸດພິເສດ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຍຸດທະສາດຂອງເມືອງ, ກຳນົດແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ປະຕິບັດໜ້າທີ່ລວມສູນປະຊາທິປະໄຕ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງເມືອງ, ຂອງແຂວງ ເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດ.

About admins16