ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ VIl

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງບໍລິຄັນ ແຂວງບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ VIl ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 30 ທັນວາ 2020 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບໍລິຄັນ, ມີບັນດາຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານຂົງເຂດ ປກຊ-ປກສ, ພະນັກງານອາວຸໂສບໍານານ, ພ້ອມດ້ວຍເລຂາພັກບ້ານທົ່ວເມືອງ ເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມຂອງເມືອງໃນການປະຕິບັດວຽກງານຮອບດ້ານໃນປີ 2020 ທີ່ຜ່ານມາ ແລະ ທິດທາງແຜນການ ປີ 2021 ເຊິ່ງເມືອງບໍລິຄັນ ຍັງສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ ໃຫ້ເຂົ້າສູ່ຊິວິດຕົວຈິງ ແລະ ມີຜົນສໍາເລັດເທຶ່ອລະກ້າວ ກໍ່ຄືວຽກງານຮອບດ້ານຂອງເມືອງ, ປະກົດການຫຍໍ້ທໍ້ໃນຫລາຍຂົງເຂດ ໄດ້ຮັບການແກ້ໄຂ, ຄະນະບໍລິຫານງານພັກເມືອງ, ຄະນະພັກຂັ້ນຕ່າງໆ, ອໍານາດການປົກຄອງ ກໍ່ໄດ້ເອົາໃຈໃສ່ນໍາພາ -ຊີ້ນໍາຢ່າງໃກ້ຊິດຕໍ່ພະນັກງານ ແລະ ປະຊາຊົນບັນດາເຜົ່າ ທັງເປັນເຈົ້າການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ເມືອງບໍລິຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປະຊາຊົນມີຄວາມສາມັກຄີ ປອງດອງເປັນປຶກແຜ່ນ ແລະ ສັງຄົມມີຄວາມສະຫງົບໜັກແໜ້ນ, ບົນພື້ນຖານໂຄງລ່າງສືບຕໍ່ໄດ້ຮັບການປັບປຸງ-ແກ້ໄຂ, ເສດຖະກິດມີຫຼາຍດ້ານໄດ້ມີການຂະຫຍາຍຕົວຕໍ່ເນຶ່ອງ, ເຮັດໃຫ້ເມືອງບໍລິຄັນໄດ້ຮັບການພັດທະນາດີຂຶ້ນເທຶ່ອລະກ້າວ.

 

About admin11