ເມືອງບໍລິຄັນ ເປີດອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ່ 6

ໃນວັນທີ 30 ມິຖຸນາ 2021 ຢູ່ສະໂມສອນຂອງ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດຊຸດອົບຮົມທີດສະດີການເມືອງ-ການປົກຄອງໄລຍະ 45 ວັນ ໃຫ້ພະນັກງານສະມາຊິກພັກ ຊຸດທີ່ 6 ຂື້ນ ໃຫ້ກຽດເຂົ້າຮ່ວມເປີດ ໂດຍ ທ່ານ ພູເຂົາເງີນ ອີນທະວົງ ກໍາມະການພັກແຂວງ ຜູ້ອໍານວຍການໂຮງຮຽນທີດສະດີການເມືອງ-ການປົກຄອງແຂວງ, ທ່ານ ສີຄໍາ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະຮັບພິຊອບການຝືກອົບຮົມ ຂັ້ນເມືອງ, ມີບັນດາສະມາຊິກພັກ ຈາກກົມກອງຫ້ອງການຕະຫຼອດຮອດສະມາຊິກພັກບ້ານ ເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ປະກອບມີ 5 ກຸ່ມວິຊາ ຄື : ວິຊາປັດສະຍາມາກ-ເລນີນ ມີ 8 ບົດ, ວິຊາ ເສດຖະກິດການເມືອງ ມີ 10 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ , ວິຊາບໍລິຫານສາດ ມີ 8 ບົດ, ວິຊາກໍ່ສ້າງພັກ ມີ 5 ບົດ.

ການຝືກອົບຮົມ ນອກຈາກຄູ-ອາຈານພາຍໃນເມືອງແລ້ວ ຍັງຈະໄດ້ເຊີນອາຈາກຈາກຂັ້ນແຂວງ ເຂົ້າຮ່ວມໃນການສີດສອນ ທັງນີ້ ກໍ່ເພື່ອເຮັດໃຫ້ນັກຝືກອົບຮົມ ສາມາດກໍາໄດ້ຄວາມຮູ້ພື້ນຖານດ້ານທີດສະດີ ແລະ ພືດຕິກໍາ ເຊີ່ງການຝືກອົບຮົມໃນຄັ້ງນີ້ຈະໄຊ້ເວລາ 45 ວັນເຕັມຈື່ງຈະສຳເລັດ.

About admin11