ປກສ ແຂວງ ດຳເນີນຊີວິດການເມືອງ, ກວດກາໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ

ພິທີເປີດ ບັ້ນດຳເນິນການກວດກາໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ, ປະຈຳ 06 ເດືອນ ຕົ້ນປີ 2021 ຂອງຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດຂື້ນ ໃນຕອນເຊົ້າວັນທີ 30 ມີຖຸນາ 2021 ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ, ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ມີຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ ທົ່ວກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ບັ້ນດຳເນີນຊີວິດການເມືອງ, ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈໍາ 6 ເດືອນ ຕົ້ນປີ 2021 ແມ່ນເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ ທັງເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກໃຫ້ກວ້າງຂວາງຂື້ນ, ເປັນການກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ, ຮູ້ຈັກຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ.

ການດຳເນີນຊີວິດການເມືອງຄັ້ງນີ້ ໄດ້ຮ່ຳຮຽນເອກກະສານ ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄຈສພ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ພາຍຫຼັງເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງແລ້ວທົ່ວຄະນະພັກຮາກຖານກອງບັນຊາການ ປກສ ແຂວງບໍລິຄຳໄຊ, ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ຈະໄດ້ພ້ອມກັນຂຽນໃບສຳຫຼວດຕົນເອງ, ຜ່ານໃບສໍາຫຼວດກວດກາຕີລາຄາຕົນເອງ ແລະ ຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ໂດຍອີງໃສ່ 05 ເນື້ອໃນຂອງພັກວາງອອກ. ກອງປະຊຸມດັ່ງກ່າວຈະໄດ້ດຳໄປເປັນເວລາ 14 ວັນ ແຕ່ວັນທີ 30 ມີຖຸນາ – 13 ກໍລະກົດ ຈື່ງຈະສໍາເລັດ.

About admin11