ເມືອງບໍລິຄັນ ເຊື່ອມຊືມ ແລະ ຜັນຂະຫຍາຍ ມະຕິວ່າດ້ວຍ ການເພີ່ມທະວີການນຳພາຂອງພັກ ຕໍ່ກັບວຽກງານວັດທະນະທຳໃນໄລຍະໃໝ່.

ໃນວັນທີ 30 ມິຖຸນາ 2021 ນີ້.ຢູ່ທີ່ສະໂມສອນໃຫຍ່ຂອງເມືອງບໍລິຄັນໄດ້ຈັດພິທີເຜີຍແຜ່-ເຊື່ອມຊືມມະຕິເລກທີ່ 25/ກມສພ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານວັດທະນະທຳໃນໄລຍະໃໝ່ ໃຫ້ກຽດຂຶ້ນເຜີຍແຜ່ເຊື່ອມຊືມເອກະສານໂດຍແມ່ນ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້້າເມືອງບໍລິຄັນ, ມີບັນດາທ່ານຫົວໜ້າ, ຮອງຫ້ອງການ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

 ວຽກງານວັດທະນະທຳ ໃນໄລຍະໃໝ່ແມ່ນບັນດາຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈ ທີ່ມວນມະນຸດປະດິດສ້າງຂື້ນໃນຂະບວນວິວັດແຕ່ລະໄລຍະປະຫວັດສາດແຫ່ງການກຳເນີດຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ.ໂດຍຖືເອົາວັດທະນະທຳ ເປັນຄຸນລັກສະນະ ແລະ ປັດໃຈພື້ນຖານຂອງການດຳລົງຄົງຕົວຂອງຊາດ.ພັກເຮົາຍາມໃດກໍ່ໄດ້ຊີ້ນຳການສ້າງ ແລະ ເສີມຂະຫຍາຍຄວາມສີວິໄລທາງດ້ານວັດທະນະທຳ ໃຫ້ເປັນພື້ນຖານແຫ່ງຊີວິດສັງຄົມຂອງຊາດລາວໂດຍສຸມໃສ່ວຽກງານສຶກສາອົບຮົມສ້າງຄຸນສົມບັດສີນທຳກ້າວໜ້າ ມີແບບແຜນການດຳລົງຊີວິດອັນສົດໃສສ້າງວັດທະນະທຳໃຫ້ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ ປະກອບສ່ວນເຂົ້າໃນການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສັງຄົມມີຄວາມສະຫງົບ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ປົວແປງ ແລະ ຍົກລະດັບຂື້ນເທື່ອລະກ້າວ.

About admin11