ເມືອງບໍລິຄັນ ເຊື່ອມຊືມເອກະສານວ່າດ້ວຍການມີສ່ວນຮ່ວມຂອງສັງຄົມ ເຂົ້າໃນວຽກງານການສຶກສາ ແລະ ການຮຽນຮູ້ຕະຫລອດຊີວິດ

ກອງປະຊຸມເຜີຍແຜ່ແນະນໍາ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ແລະ ດໍາລັດວ່າດ້ວຍການຮຽນຮູ້ຕະຫລອດຊີວິດ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາ 2022 ຢູ່ ສະໂມສອນໃຫຍ່ຂອງເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ໂພເພັດ ກຸນນາວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຕາງຫນ້າສະພາປະຊາຊົນແຂວງ ເຂດເມືອງບໍລິຄັນ, ຫ້ອງການອ້ອມຂ້າງເມືອງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ສະມາຄົມພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ນິຕິກໍາວ່າດ້ວຍການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ສະບັບເລກທີ 150/ຂບຊ ວົງວັນທີ 17 ມີນາ 2022 ປະກອບດ້ວຍ 7 ໝວດ 33 ມາດຕາ, ການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ແມ່ນການປະກອບສ່ວນຂອງຊຸມຊົນ, ຄອບຄົວ, ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນຂອງສັງຄົມດ້ວຍຫຼາຍຮູບການເຂົ້າໃນວຽກງານການສຶກສາ ເປັນເງິນ, ວັດຖຸ, ອຸປະກອນ, ສະຕິປັນຍາ, ກໍາລັງແຮງ ແລະ ອື່ນໆ, ການປະກອບສ່ວນເປັນພັນທະ ແມ່ນການປະກອບສ່ວນຂອງຄອບຄົວພໍ່ແມ່ຜູ້ປົກຄອງນັກຮຽນ ໃນການຊ່ວຍດ້ານງົບປະມານຂອງໂຮງຮຽນ ທີ່ລັດສະໜອງໃຫ້ບໍ່ທັນພຽງພໍຕາມຄວາມຈໍາເປັນ.

ຈາກນັ້ນ ຍັງໄດ້ເຜີຍແຜ່ດໍາລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ສະບັບເລກທີ 208/ລບ ລົງວັນທີ 20/3/2020, ການຮຽນຮູ້ຕະຫຼອດຊີວິດແມ່ນການສຶກສາ ທີ່ປະສົມປະສານລະຫວ່າງການສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ ລວມທັງການຮຽນຮູ້ອັດທະຍາໃສ ເພື່ອສົ່ງເສີມທັງຍິງ ແລະ ຊາຍໄດ້ຮັບການຮຽນນຮູ້ຕະຫຼອດໄລຍະຍັງມີຊີວິດຢູ່, ສ້າງສັງຄົມພູມປັນຍາຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ.

ຈຸດປະສົງ ເພື່ອແນ່ໃສເຮັດໃຫ້ ຜູ້ບໍລິຫານການສຶກສາພາຍໃນເມືອງ ນໍາເອົາທັງ 2 ເອກະສານໄປເຜີຍແຜ່ໃນຂັ້ນຂອງຕົນຮັບຜິດຊອບ ແລະ ນໍາໄປຈັດຕັ້ງປະຕິບັດໃນທ້ອງຖິ່ນຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ການພັດທະນາວຽກງານການສຶກສາພາຍໃນເມືອງດີຂື້ນເລີຍໆໃນຕໍ່ໜ້າ.

About admins16