ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສ້າງແຜນກຳນົດພະນັກງານ ນຳພາ – ຄຸ້ມຄອງ

ກອງປະຊຸມການສ້າງແຜນກຳນົດພະນັກງານ ນຳພາ – ຄຸ້ມຄອງ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງຕົນ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານນາງ ສຸພາລັກ ສີລາເພັດ ຮອງກົມຈັດຕັ້ງກະຊວງ ຕສ, ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ຕສ ແຂວງບໍລິຄຳໄຊ ແລະ ທ່ານນາງ ແຕງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຮັບຜິດຊອບ, ຄະນະພະແນກ ແລະ ພະນັກງານ – ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານມະຕິກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ – ຄຸ້ມຄອງ ວ່າ: ການສ້າງແຜນກໍານົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງ ເຂົ້າໃນຕຳແໜ່ງ ນຳພາ – ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນ ລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ – ຄຸ້ມຄອງ ຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໝ່ງນຳພາ – ຄຸ້ມຄອງແຕ່ລະຂັ້ນ, ການສ້າງແຜນກໍານົດພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານ.

ກອງປະຊຸມ ຍັງໄດ້ຜ່ານມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນຳພາ-ຄຸ້ມຄອງ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ.

ຕອນທ້າຍ ຍັງດຳເນີນການທາບທາມ ບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານ ນຳພາ – ຄຸ້ມຄອງ.

About admins16