ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍລິຄຳໄຊ ປະຈຳ 6 ເດືອນຕົ້ນປີ 2022 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພ້ອມດ້ວຍຄູອາຈານພາຍໃນໂຮງຮຽນ ເຂົ້າຮ່ວມ.

ໃນພິທີ ສະຫາຍ ພູເຂົາເງິນ ອິນທະວົງ ໄດ້ຍົກໃຫ້ເຫັນບາງເນື້ອໃນຈິດໃຈທີ່ສຳຄັນຂອງຄຳສັ່ງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພ້ອມນີ້ ຍັງໄດ້ຮັບຟັງ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນບ່ອນອີງໃນການດຳເນີນຊີວິດການເມືອງ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ, ສົ່ງຂ່າວ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ, ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ກໍ່ຍັງມີການຈັດແບ່ງປະເພດສະມາຊິກພັກ ໂດຍອີງໃສ່ 5 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ.

About admins16