ເມືອງບໍລິຄັນ ຈັດກອງປະຊຸມອົງການປົກຄອງປະຈໍາເດືອນ

ໃນວັນທີ່ 12 ກຸມພາ 2021 ຢູ່ຫ້ອງປະຊູມເບີ 3 ຂອງເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມອົງການປົກຄອງປະຈໍາເດືອນ ທັນວາ2020, ມັງກອນ 2021 ແລະ ວາງທີດທາງແຜນການໃນເດືອນ ກຸມພາ ປີ 2021 ຂື້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ວັນເລີນ ປຸ້ຍໄມນີ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບໍລິຄັນ.

ໃນໂອກາດດັ່ງກ່າວ ທ່ານ ຄໍາຄ່ອງ ມູນລະໄມ ຫົວໜ້າຫ້ອງວ່າການ ໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກົມກອງຫ້ອງການໃນໄລຍະຜ່ານມາ ພ້ອມທັງຄົ້ນຄ້ວາປືກສາຫາລື ແຕ່ລະໜ້າວຽກ ໃຫ້ເປັນໄປຕາມແນວທາງການປ່ຽນແປງໃຫ່ມ ຂອງພັກ-ລັດວາງອອກ.

ໄລຍະ 2 ເດືອນຜ່ານມາ ອົງການປົກຄອງທຸກພາກສ່ວນຂອງເມືອງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນ ຫລາຍໜ້າວຽກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດດີ ເປັນຕົ້ນ ວຽກງານການແກ້ໄຂຄວາມທຸກຍາກ, ການຫັນເອົາພະນັກງານຫຼັກແຫຼ່ງຂອງເມືອງ ລົງກໍ່ສ້າງຮາການການເມືອງ ເພື່ອລົງຊ່ວຍການຈັດຕັ້ງຂັ້ນບ້ານຢ່າງຮອບດ້ານ, ພ້ອມນັ້ນ ຍັງໄດ້ມອບໃຫ້ບັນດາຫ້ອງການອ້ອມຂ້າງເມືອງ ລົງຊີ້ນໍາບັນດາບ້ານທົ່ວເມືອງ ເພື່ອເປັນການຕິດຕາມກວດກາວຽກງານຕ່າງໆຂອງບ້ານ ໃຫ້ບັນລຸຕາມຄາດໝາຍຂອງຂັ້ນເທີງວາງອອກ.

ໃນຕອນທ້າຍກອງປະຊຸມ ທ່ານ ເຈົ້າເມືອງບໍລິຄັນ ຍັງໄດ້ເນັ້ນໃຫ້ບັນດາຄະນະບໍລິຫານງານພັກເມືອງ, ຄະນະພັກຂັ້ນຕ່າງໆ, ອໍານາດການປົກຄອງ ຈົ່ງພ້ອມກັນເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຕໍ່ພະນັກງານ ແລະ ປະຊາຊົນບັນດາເຜົ່າ ທັງເປັນເຈົ້າການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ເມືອງບໍລິຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປະຊາຊົນມີຄວາມສາມັກຄີ ປອງດອງເປັນປຶກແຜ່ນ ແລະ ສັງຄົມມີຄວາມສະຫງົບໜັກແໜ້ນ, ບົນພື້ນຖານໂຄງລ່າງສືບຕໍ່ໄດ້ຮັບການປັບປຸງ-ພັດທະນາ, ເສດຖະກິດມີການຂະຫຍາຍຕົວຕໍ່ເນຶ່ອງ, ໃນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເຮັດໃຫ້ຊີວີດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ດີຂື້ນເປັນກ້າວໆ.

 

About admin11