ສສຂ ປະຈຳເຂດເລືອກຕັ້ງ ເມືອງປາກກະດິງ ລົງໂຄສະນາຫາສຽງຢູ່ໜ່ວຍເລືອກຕັ້ງທີ 9

 

ໃນຕອນເຊົ້າວັນທີ 13 ກຸມພາ 2021 ຄະນະຜູ້ແທນຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ່ II ປະຈຳເຂດເລືອກຕັ້ງເມືອງປາກກະດິງ 6 ທ່ານ ໄດ້ລົງພົບປະພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດຢູ່ຫນ່ວຍເລືອກຕັ້ງທີ 9 ຂອງເມືອງປາກກະດິງ ເພື່ອແນະນຳຕົວໂດຍໄດ້ຮັບການຕ້ອນຮັບຈາກອຳນາດການປົກຄອງບ້ານນ້ຳເດື່ອ, ບ້ານທົ່ງຮາບ ແລະ ພໍ່ແມ່ປະຊາຊົນ ຢູ່ທີ່ສະໂມສອນຂອງບ້ານນ້ຳເດື່ອ ຢ່າງອົບອຸ່ນ.

ການລົງເຄື່ອນໄຫວຫາສຽງຄັ້ງນີ້ ຍັງໄດ້ຮັບຟັງການລາຍງານສະພາບການກະກຽມເລືອກຕັ້ງສະມາຊິກສະພາຂອງຫນ່ວຍເລືອກຕັ້ງທີ 9 ເມືອງປາກກະດິງ ເຊິ່ງປະກອບມີ ບ້ານນ້ຳເດື່ອ ແລະ ບ້ານທົ່ງຮາບ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງຫມົດ 1.898 ຄົນ, ຍິງ 833 ຄົນ, ໄດ້ກຳນົດເອົາຈຸດປ່ອນບັດເລືອກຕັ້ງຢູ່ 2 ຈຸດ ຄື ສະໂມສອນຂອງແຕ່ລະບ້ານ.

ໃນໂອກາດລົງຫາສຽງຄັ້ງນີ້ ຜູ້ສະຫມັກ ສສຂ ກໍ່ໄດ້ຍົກໃຫ້ເຫັນຄວາມຫມາຍ, ຄວາມສຳຄັນ, ສິດຫນ້າທີ່ ແລະ ພາລະບົດບາດຂອງ ສສຊ ແລະ ສສຂ ເພື່ອໃຫ້ຜູ້ມິສິດເລືອກຕັ້ງເຂົ້າໃຈ ແລະ ໄປໃຊ້ສິດຂອງຕົນໃນວັນທີ 21 ກຸມພາ 2021 ນີ້ ປ່ອນບັດເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຢູ່ໃນສະພາຂັ້ນສູນກາງ ແລະ ທ້ອງຖິ່ນ, ສະແດງໃຫ້ເຫັນທາດແທ້ຂອງລັດທີ່ມາຈາກປະຊາຊົນ, ເພື່ອປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

ພ້ອມດຽວກັນນີ້ ກໍ່ໄດ້ສະເໜີລາຍຊື່ຜູ້ສະຫມັກເລືອກຕັ້ງ ສສຊ ຊຸທີ 9 ປະຈຳເຂດເລືອກຕັ້ງແຂວງບໍລິຄຳໄຊ ມີ 10 ທ່ານ ໃຫ້ເລືອກເອົາ 7 ທ່ານ ແລະ ຜູ້ສະຫມັກເລືອກຕັ້ງ ສສຂ ປະຈຳເຂດເລືອກຕັ້ງເມືອງປາກກກະດິງ ມີ 6 ທ່ານ ໃຫ້ເລືອກເອົາ 4 ທ່ານ.

ຈາກນັ້ນ ຜູ້ສະຫມັກເລືອກຕັ້ງ ສສຂ ປະຈຳເຂດເລືອກຕັ້ງເມືອງປາກກກະດິງ ກໍ່ໄດ້ແນະນຳຕົວ ແລະ ສະເຫນີຫຍໍ້ປະຫວັດການເຄື່ອນໄຫວຂອງຕົນແຕ່ລະໄລຍະ, ຜູ້ສະໝັກເບີ 1: ທ່ານ ໃສຄຳ ທອງລັດ ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະກຳມະການເສດຖະກິດ-ແຜນການ ແລະ ການເງີນ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ 1. ຜູ້ສະໝັກເບີ 2: ທ່ານ ທອງແດງ ຍັນວິໄລ ຮອງເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ປະທານອົງການກວດກາພັກ-ລັດເມືອງ, ຜູ້ສະຫມັກເບີ 3: ທ່ານ ປອ ລົມເຢັນ ສີສຸວົງ ຄະນະພັກຮາກຖານ, ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ, ຜູ້ສະໝັກເບີ 4: ທ່ານ ນາງ ສົມຮັກ ແກ້ວມະນີ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ສະມາຊິກສະພາປະຊາຊົນແຂວງຊຸດທີ 1 ປະຈຳເຂດເລືອກຕັ້ງເມືອງປາກກະດິງ, ຜູ້ສະໝັກເບີ 5: ທ່ານ ວືທ່າວ ເພຍຫຼວງ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳ ເມືອງປາກກະດິງ ແລະ ຜູ້ສະໝັກເບີ 6: ທ່ານ ພັທ ດວງດີ ໃສອາລຸນ ກຳມະການພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງປາກກະດິງ.

ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ່ II ປະຈຳເຂດເລືອກຕັ້ງເມືອງປາກກະດິງ ໄດ້ສືບຕໍ່ລົງພົບປະ ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ບ້ານ ນາເຄືອນອກ.

About admin11