2 ບ້ານ ເມືອງບໍລິຄັນ ໄດ້ຮັບນາມມະຍົດ ບ້ານສາມັກຄີປອງດອງ

 

ພິທີິຮັບຮອງເອົາ ບ້ານ ໂນນສົມບູນ ແລະ ບ້ານ ພູໂຮມໄຊ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປັນບ້ານສາມັກຄີປອງດອງ ຂອງເມືອງ ໄດ້ຈັດຂື້ນ ໃນວັນທີ່ 11 ກຸມພາ 2021 ຢູ່ສະໂມສອນຂອງບ້ານ ໂນນສົມບູນ, ໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ບຸນຄໍາ ໄຊເຍຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ທ່ານ ບຸນມີ ວໍລະຈັກ ປະທານ ແນວລາວສ້າງຊາດເມືອງ, ມີຄະນະກຳມະການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງ, ອໍານາດການປົກຄອງບ້ານ ພ້ອມດ້ວຍແຂກຖືກເຊີນ, ຕະຫຼອດຮອດພໍ່ແມ່ປະຊາຊົນ ພາຍໃນ 2 ບ້ານ ເຂົ້າຮ່ວມ.

ໃນພີທີ ທ່ານ ສີສຸພັນ ຫຼວງສຸວັນນະວົງ ຕາງໜ້າໃຫ້ ສອງບ້ານ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຊີ້ນໍາ-ນໍາພາວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານມາ.

ຜ່ານການເກັບກໍາຂໍ້ມູນຈາກຄະນະກໍາມະການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂັ້ນເມືອງຕາມ 4 ມາດຖານຄອບຄົວສາມັກຄີ ແລະ 5 ມາດຕະຖານບ້ານສາມັກຄີ, ບ້ານໂນນສົມບູນມີ 274 ຄອບຄົວ, ສາມາດສ້າງເປັນຄົວຄົວປອງດອງໄດ້ 270 ຄອບຄົວ, ກວມ 98,54%ຂອງຄອບຄົວທັງໝົດ, ບ້ານ ພູໂຮມໄຊ ມີ 83 ຄອບຄົວ, ສາມາດສ້າງເປັນຄອບຄົວສາມັກຄີປອງດອງໄດ້ 73 ຄອບຄົວ, ກວມ 87,95% ຂອງຄອບຄົວທັງໝົດ.

ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ ສືກສາອົບຮົມ ການເມືອງແນວຄີດ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊີ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີຄວາມຕື່ນຕົວ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດທະກິດສັງຄົມຂອງບ້ານ, ເປັນເຈົ້າການໃນການສ້າງສາພັດທະນາຕົນເອງສູງ, ຊີວິດການເປັນຢູ່ດີຂື້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂ, ປະຊາຊົນມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໜັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ມີຄວາມສາມັກຄີ ເປັນປືກແຜ່ນແໜ້ນໜາ ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຕິດພັນກັບການສ້າງບ້ານເປັນຫົວໜ່ວຍພັດທະນາ.

ໃນຕອນທ້າຍຂອງພິທີ ໄດ້ມອບໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານສາມັກຄີປອງດອງ 2 ບ້ານ, ໃຫ້ກຽດມອບໂດຍທ່ານ ເຈົ້າເມືອງ ແລະ ທ່ານ ປະທານແນວລາວສ້າງຊາດແຂວງ.

 

About admin11