ເມືອງທ່າພະບາດ ຕ້ອນຮັບການຢ້ຽມຢາມ ຄະນະປະສານງານອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມະຄີມິດຕະພາບລາວ – ຫວຽດນາມ ກໍ່ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ, ໃນວັນທີ 24 ພະຈິກ 2022 ຢູ່ທີ່ຫ້ອງວ່າການເມືອງ ທ່າພະບາດ ໄດ້ຕ້ອນຮັບການຢ້ຽມຢາມຂອງ ສະຫາຍ ຫວຽນຕຽນດົ່ງ ຫົວໜ້າຄະນະປະສານງານອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເຄີຍຊ່ວຍເຫຼືອການປະຕິວັດຢູ່ລາວ ປະຈຳແຂວງ ຮ່າຕິ້ງ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ສະຫາຍ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານວິຊາການອ້ອມຂ້າງເມືອງ.

ໃນການຢ້ຽມຢາມຄັ້ງນີ້ ສະຫາຍ ສົມສົດ ແສງອາພອນ ໄດ້ກ່າວເຖີງຄວາມສຳຄັນ ແລະ ຄວາມໝາຍຂອງສາຍພົວພັນນີ້ວ່າ: ການພົວພັນຮ່ວມມືມິດຕະພາບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຂອງພວກເຮົາ ເປັນຂີດໝາຍອັນສູງສົ່ງ ບົນພື້ນຖານຄວາມເຊື່ອໜັ້ນເຊິ່ງກັນ ແລະ ກັນ ຕໍ່ເສັ້ນທາງທີ່ຮ່ວມກັນກ້າວເດີນຂອງສອງປະເທດ.

ໃນການຢ້ຽມຢາມໃນຄັ້ງນີ້ ຄະນະປະສານງານອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ມອບຂອງຂວັນທີ່ລະນຶກ ແລະ ປື້ມຂຽນ ຈຳນວນ 400 ຫົວ ໃຫ້ແກ່ ອົງການປົກຄອງເມືອງທ່າພະບາດ.

About admins14