ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ລົງຊ່ວຍເຫຼືອຄອບຄົວ ນາຍຕໍາຫຼວດ ຮັບຜົນກະທົບຈາກອັກຄີໄພ

ໃນວັນວັນທີ 22 ພະຈິກ 2022 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງໃຫ້ການຊ່ວຍເຫຼືອຄອບຄົວ ສະຫາຍ ຮ້ອຍຕີ ສໍາລານ ອິນທິລາດວົງສີ ນາຍຕໍາຫຼວດ ທີ່ສັງກັດຢູ່ ຫ້ອງ 504 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ທີ່ຄອບຄົວໄດ້ຮັບຜົນກະທົບຈາກການເກີດອັກຄີໄພ-ໄຟໄໝ້ເຮືອນ ໃນຕອນບ່າຍວັນທີ 18 ພະຈິກ 2022.

ທ່ານ ພັນເອກ ກົງຈັນ ໄຊປັນຍາ ໄດ້ກ່າວວ່າ: ເພື່ອສະແດງຄວາມເປັນຫ່ວງເປັນໄຍຕໍ່ນາຍ ແລະ ພົນຕໍາຫຼວດໃນກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ທີ່ໄດ້ຮັບຜົນກະທົບຈາກການເກີດອັກຄີໄພ – ໄຟໄໝ້ເຮືອນ ຈຶ່ງໄດ້ປຸກລະດົມທຸກພາກສ່ວນການຈັດຕັ້ງ ແລະ ພະນັກງານ ພາຍໃນກຳລັງ ປກສ ແຂວງ ເພື່ອລະດົມທືນຮອນທາງດ້ານວັດຖຸອຸປະກອນ ແລະ ເງີນ ເພື່ອນໍາມາຊ່ວຍເຫຼືອໃນຄັ້ງນີ້.

ເງິນ ຈໍານວນ 17.000.000 ກີບ ທີ່ນຳມາມອບ ເປັນເງີນນະໂຍບາຍຈາກກອງບັນຊາການ ແລະ ຈາກບັນດາຫ້ອງ, ກອງ, ຄຸມຂັງ – ດັດສ້າງ, ໂຮງຮຽນ ແລະ ບັນດາດ່ານສາກົນ, ພ້ອມທັງອຸປະກອນຮັບໃຊ້ພາຍໃນເຮືອນຈໍານວນໜື່ງ ມາມອບໃຫ້ຜູ້ກ່ຽວພ້ອມດ້ວຍຄອບຄົວ ເພື່ອເປັນກໍາລັງໃຈ ແລະ ແບ່ງເບົາຄວາມທຸກໂສກ ໃນເບື້ອງຕົ້ນ.

ພ້ອມທັງສະແດງຄວາມເປັນຫ່ວງເປັນໄຍ ຕໍ່ກັບຄອບຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ຍັງໄດ້ຮຽກຮ້ອງໃຫ້ສະຫາຍພ້ອມຄອບຄົວ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນນໍາພາຂອງການຈັດຕັ້ງ, ຈະສືບຕໍ່ໃຫ້ການຊ່ວຍເຫຼືອແຮງງານ ແລະ ທືນຮອນ ເພື່ອກໍ່ສ້າງສະຖານທີ່ພັກເຊົາທົດແທນ ເຮືອນທີ່ໄດ້ຮັບຜົນກະທົບຈາກເຫດການທີ່ໄດ້ສູນເສຍໄປແລ້ວນັ້ນ.

ໂອກາດດຽວກັນ ສະຫາຍ ຮ້ອຍຕີ ສໍາລານ ອິນທິລາດວົງສີ ຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ຄະນະພັກ-ຄະນະກອງບັນຊາການ, ການຈັດຕັ້ງທຸກຂັ້ນ ທີ່ໄດ້ໃຫ້ການຊ່ວຍເຫຼືອແບ່ງເບົາຄວາມທຸກຄວາມໂສກ ແລະ ອົບອຸ່ນເປັນກໍາລັງໃຈ ໃຫ້ຄອບຄົວຜູ້ກ່ຽວ.

About admins14