ວຽງທອງສະຫຼຸບຕີລາຄາ ການນໍາພາ – ຊີ້ນໍາ ກາງສະໄໝ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ

ກອງປະຊຸມສະຫຼຸບຕີລາຄາການນໍາພາ-ຊີ້ນໍາກາງສະໄໝຂອງກອງປະຊຸມໃຫຍ່ຜູ້ແທນສະໄໝທີ VII ອົງຄະນະພັກເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22 – 24 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ຄຳແພນ ວິລື້ທຳ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງວຽງທອງ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ ແລະ ພະນັກງານບໍານານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດລາຍງານການຕີລາຄາການນໍາພາ – ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກາງສະໄໝ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ III ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດເຫັນ ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ – ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII, ພ້ອມນີ້ ຍັງໄດ້ຮັບຮອງເປັນເອກະພາບເອົາທິດທາງແຜນການສູ້ຊົນຂອງເມືອງ ( 2022 – 2024 ).

ໃນໄລຍະ 2 ປີເຄິ່ງຜ່ານມາ ໂດຍລວມແລ້ວ ເມືອງສາມາດຮັກສາໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງພື້ນຖານໂຄງລ່າງໄດ້ຮັບການພັດທະນາ ຍ້ອນການເອົາໃຈໃສ່ນໍາພາ-ຊີ້ນໍາທຸກວຽກງານຢ່າງຮອບດ້ານຂອງຄະນະພັກທຸກຂັ້ນ ເຊິ່ງມັນໄດ້ສະແດງອອກເຖິງຜົນສຳເລັດໃນບາງດ້ານທີພົ້ນເດັ່ນໃນແຕ່ລະໄລຍະທຽບໃສ່ແຜນການ 5 ປີ ເປັນຕົ້ນ: ດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສ້າງບ້ານປ້ອງກັນຄວາມສະຫງົບດີກວມ 70,58%, ສ້າງບ້ານປ້ອງກັນຊາດເຂັ້ມແຂງກວມ 8,82%, ດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5 %ຕໍ່ປີ (ທຽບໃສ່ແຜນ 5 ປີແມ່ນ 5,85%) ລາຍຮັບສະເລ່ຍຕໍ່ຫົວຄົນເທົ່າກັບ 10.471.647 ກີບ/ຄົນ.

ຂຸດຄົ້ນລາຍຮັບເຂົ້າງົບປະມານໄດ້ 10,21 ຕື້ກົ່ວກີບ ເທົ່າກັບ 50,22% ແຜນການ 5 ປີ, ຂະແໜງກະສິກໍາຜະລິດເຂົ້າໄດ້ 8.058,29 ໂຕ່ນ ສະເລ່ຍເຂົ້າກີນ248ກິໂລ/ຄົນ ຕໍ່ປີ ທຽບໃສ່ແຜນການຫຼຸດ 15,19%, ປູກພືດເປັນສີນຄ້າໄດ້ 357 ເຮັກຕ່າ ແລະ ປູກມັນຕົ້ນໄດ້ 1.730 ເຮັກຕ່າ ຜົນຜະລິດ 24.450 ໂຕນ ປະຕິບັດໄດ້ 142,15%, ປະຊາກອນທົ່ວເມືອງ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 1 ກວມ 83,80%, ເຂັມ 2 ກວມ 74,20%, ບ້ານສາທາລະນະສຸກແບບຢ່າງປະຕິບັດໄດ້ 91,2%, ມີຄອບຄົວວັດທະນະທຳ ກວມ 88,65% ແລະ ບ້ານວັດທະນະທຳກວມ 79,41%, ລຶບລ້າງຄວາມທຸກຍາກຂອງປະຊາຊົນໄດ້ 88,29%, ບ້ານພົ້ນທຸກກວມ 73,52%, ບ້ານພັດທະນາກວມ 38,23%, ຄອບຄົວພັດທະນາໄດ້ 79,63% ແລະ ວຽກງານດ້ານຕ່າງໆກໍ່ໄດ້ຈັດຕັ້ງຢ່າງມີຜົນສຳເລັດ ແລະ ກອງປະຊຸມຍັງໄດ້ທາບທາມຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານພັກເມືອງ.

About admins14