ເມືອງທ່າພະບາດ ຈະສຳຫລວດສະຖິຕິກະສິກຳ 9 ບ້ານເປົ້າໝາຍ

ໃນວັນທີ 30 ພະຈິິກ 2020 ຢູ່ທີ່ຫ້ອງການບ້ານທວາຍໃຫຍ່ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ໄດ້ເປິດກອງປະຊຸມ ສຳຫຼວດສະຖິຕິກະສິກຳ ທົ່ວປະເທດຄັ້ງທີ 3 ຂອງເມືອງ ທ່າພະບາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ ທ່າພະບາດ ທັງເປັນຫົວໜ້າຄະນະຊີ້ນຳການສຳຫຼວດສະຖິຕິກະສິກຳທົ່ວປະເທດຄັ້ງທີ່ 3 ຂອງ ເມືອງ.

ທີ່ປະຊຸມ ທ່ານ ເພັດສະໜອນ ພິມມະສອນ ຫົວໜ້າ ສູນສະຖິຕິ ປະຈຳເມືອງ ທ່າພະບາດ ໄດ້ໃຫ້ຮູ້ວ່າ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອໃຫ້ພວກເຮົາສາມາດຂື້ນແຜນດຳເນີນການສຳຫຼວດ ແລະ ສຳຫຼວດສະຖິຕິກະສິກຳ ທົ່ວປະເທດ ຄັ້ງທີ 3 ເຊິ່ງຄົບຮອບ 10 ປີ ໃດ ຈະໄດ້ສຳຫຼວດເທື່ອ 1.

ພະນັກງານຮັບຜິດຊອບໃນການສຳຫຼວດ ໃນຄັ້ງນີ້ ມີ 04 ທ່ານ, ຍິງ 02 ທ່ານ, ໃນການສຳຫຼວດໃນຄັ້ງນີ້ ແມ່ນຈະໃດ້ສົມທົບກັບອຳນາດການປົກຄອງຂອງບ້ານ ເພື່ອກວດກາ ແລະ ຂື້ນແຜນການສຳຫຼວດຈັບຈຸດພິກັດແຕ່ລະຄອບຄົວທີ່ເປັນຄອບຄົວຕົວແທນ ຢູ່ 9 ບ້ານ ຄື: ບ້ານ ຍ່ອຍໄຮ, ບ້ານ ໜອງເກີນ, ບ້ານ ຍາງເຄືອ, ບ້ານ ຜາໂປງ, ບ້ານ ຫາດໄຊ, ບ້ານ ທວາຍໃຫຍ່, ບ້ານ ນາແຄນ , ບ້ານ ໄຊສະຫວ່າງ ແລະ ບ້ານ ນາໄຊ , ສໍາລັບ ຄອບຄົວຕົວແທນ ບ້ານ ທວາຍໃຫຍ່ ແມ່ນມີຢູ່ 16 ຄອບຄົວ ແລະ ຄອບຄົວຕົວແທນສຳຮອງ 04 ຄອບຄົວ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ໄດ້ມີທິດຊີ້ນຳຕໍ່ກອງປະຊຸມ ແລະ ໄດ້ຮຽກຮອງມາຍັງ ພໍ່, ແມ່ ປະຊາຊົນຈົ່ງໄດ້ໃຫ້ການຮ່ວມໄມ້, ຮ່ວມມືທີ່ດີ ໃນການຕອບສະໜອງຂໍ້ມູນຕ່າງໆ ເພື່ອເຮັດໃຫ້ການເດີນສຳຫຼວດໃນຄັ້ງນີ້ ໄດ້ຮັບໜາກຜົນດີ ແລະ ມີຜົນສຳເລັດຕາມລະດັບຄາດໜາຍທີ່ວາງໄວ້.

 

About admin11