ພິທີປະກາດ 4 ບ້ານ ເປັນບ້ານແບບຢ່າງປະຕິບັດກົດໝາຍ ປະຈຳປີ 2020

ໃນວັນທີ 29 ພະຈິກ 2020ນີ້, ຢູ່ທີ່ຫ້ອງການກຸ່ມບ້ານໃຫ່ຍທົ່ງແສນ, ເມືອງຄຳເກີດ ໄດ້ຈັດພິທີປະກາດ 4 ບ້ານ ເປັນບ້ານແບບຢ່າງປະຕິບັດກົດໝາຍ ປະຈຳປີ 2020 ເຂົ້າຮ່ວມເປັນປະທານ ໂດຍທ່ານ ວິໄລ ສີສະໝຸດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ມີບັນດາແຂກທີ່ຖືກເຊີນຫ້ອງການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ 4 ບ້ານຄື: ບ້ານໃຫຍ່ທົ່ງແສນ, ບ້ານວັງຜາ, ບ້ານນໍ້າເດີນ ແລະ ບ້ານໜອງເມກ ເຂົ້າຮ່ວມ.

ໃນພິທີ ທ່ານ ຄຳໜັ້ນ ໄຊມູນວົງ ຫົວໜ້າຫ້ອງການຍຸຕິທຳເມືອງຄຳເກີດ ໄດ້ລາຍງານວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳຮາກຖານ. ສະບັບເລກທີ 1591/ກຍ ລົງວັນທີ 05 /12/2018 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 2019 ຫ້ອງການຍຸຕິທຳເມືອງ ໃນນາມເປັນອົງການບໍລິຫານດ້ານວິຊາການກົດໝາຍ ແລະ ວຽກງານຍຸຕິທຳປະຈຳເມືອງ ເປັນເສນາທີການໃຫ້ອົງການປົກຄອງເມືອງ ໃນການຄົ້ນຄ້ວາ ແລະ ສະເໜີແຜນໂຄງການສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງທາງດ້ານກົດໝາຍ, ວຽກງານຍຸຕິທຳຈື່ງໄດ້ດຳເນີນການກະກຽມ ສ້າງເງື່ອນໄຂເພື່ອຈັດຕັ້ງປະຕິບັດ 04 ວຽກຈຸດສຸມຢູ່ຮາກຖານບ້ານໃນການຳເອົາບັນດານິຕິກຳດ້ານກົດໝາຍ ແລະ ວຽກງານຍຸຕິທຳໄປເຜີຍແຜ່ເຊື່ອມຊື່ມໃຫ້ປະຊາຊົນບັນດາເຜົ່າໃນຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖີງ ແລະ ນຳໄປຈັດຕັງປະຕິບັດເຂົ້າໃນການດຳລົງຊີວິດປະຈຳວັນ, ພ້ອມກັນປະຕິບັດສິດ ແລະ ພັນທະຂອງພົນຂອງລະເມືອງລາວຕາມລັດຖະທຳມະນູນ ແລະ ກົວໝາຍກຳນົດໄວ້ຢ່າງເຂັ້ມງວດ, ຄົບຖ້ວນ, ເຮັດໃຫ້ສັງຄົມມີຄວາມຍຸຕິທຳ.

ຜ່ານການຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານ ແບບຢ່າງປະຕິບັດກົດໝາຍຂອງເມືອງຄຳເກີດໃນໄລຍະຜ່ານມາ ເຈົ້າເມືອງຄຳເກີດ ຈື່ງໄດ້ຕົກລົງມອບໃບຢັ້ງຢືນບ້ານແບບຢ່າງປະຕິບັດກົດໝາຍ ຈຳນວນ 4 ບ້ານຄື: ບ້ານໃຫຍ່ທົງແສນ, ບ້ານນ້ຳເດີນ, ບ້ານໜອງເມກ ແລະ ບ້ານວັງຜາ ຈຳນວນ 709 ຄອບຄົວ.

ພ້ອມດ່ຽວກັນນັ້ນ ທ່ານ ວິໄລ ສີສະໝຸດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ກໍ່ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ 4 ບ້ານທີ່ເປັນບ້ານແບບຢ່າງປະຕິບັດກົດໝາຍປະຈຳປີ 2020.

About admin11