ບໍລິສັດ ເຂດ 4 ມອບແນວພັນຖົ່ວດິນ ຊຸກຍູ້ປະຊາຊົນ ປູກເປັນສິນຄ້າ


ເພື່ອເປັນການຊຸກຍູ້ຊາວກະສິກອນປູກພຶດລະດູແລ້ງ ໃຫ້ໄດ້ຮັບຜົນຜະລິດສູງ ໃນວັນທີ 27 ພະຈິກ 2020 ບໍລີສັດພັດທະນາເຂດພູດອຍ ເຂດ4 ສສ ຫວຽດນາມ ປະຈໍາເມືອງວຽງທອງ ແຂວງ ບໍລິຄໍາໄຊ ໄດ້ນຳເອົາແນວພັນຖົ່ວດີນ 2,5 ໂຕ່ນ ມາມອບໃຫ້ປະຊາຊົນບ້ານໂພນດູ່ 54 ຄອບຄົວ ປູກໃນລະດູແລ້ງປີນີ້ ໂດຍເປັນກຽດກ່າວມອບຂອງ ທ່ານ ຮວ່າງດືກທາຍ ຮອງອໍານວຍການບໍລິສັດພັດທະນາເຂດພູດອຍ ເຂດ4 ສສ ຫວຽດນາມ, ເປັນກຽດກ່າວຮັບແມ່ນ ທ່ານ ເຄນໜັ້ນ ສີມະວົງ ຮອງນາຍບ້ານໂພນດູ່ ພ້ອມດ້ວຍພະນັກງານຫ້ອງການກະສິກໍາ-ປ່າໄມ້ເມືອງວຽງທອງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມເປັນສັກຄີພິຍານ.

      ບໍລິສັດພັດທະນາເຂດພູດອຍ ເຂດ4 ສສ ຫວຽດນາມ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມື ເພື່ອຜະລິດ ແລະ ການບໍລິໂພກຜະລິດຕະພັນກະສິກໍາໃຫ້ປະຊາຊົນບ້ານໂພນດູ່ ໄລຍະລະດູແລ້ງນີ້ ໂດຍບໍລິສັດຈະເປັນຜູ້ສະໜອງແນວພັນ ພາຍຫຼັງເກັບກູ້ແລ້ວ ບໍລິສັດຈະຮັບຊື້ຄືນໃນລາຄາທີ່ໄດ້ຕົກລົງເຊັນສັນຍາໄວ້ ທັ້ງນີ້ ກໍ່ເພື່ອເປັນການຊຸກຍູ້ໃຫ້ປະຊາຊົນບ້ານໂພນດູ່ ສ້າງລາຍຮັບເຂົ້າຄອບຄົວດ້ວຍການປູກໝາກຖົ່ວດີນເປັນສິນຄ້າ.

About admin11