ເມືອງຄໍາເກີດ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

 

ໃນວັນທີ 28 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ-ທຸງໄຊນໍາໜ້າ 4 ບຸກ ແລະ ໃບຢັ້ງຢືນ 3 ດີ 4 ຮູ້ເຍົາວະຊົນທັນວາຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງໄຂ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີຊາວໜຸ່ມຮຽກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.

ປະຈຸບັນ ຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ມີສະມາຊິກຊາວໜຸ່ມທັງໜົດ 8.719 ສະຫາຍ, ຍິງ 5.435 ສະຫາຍ, ປະກອບມີ 6 ຮາກຖານ, 107 ໜ່ວຍຮາກຖານ. ຜ່ານການປະເມີນແຕ່ລະດ້ານ ຄື: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 92,38%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 92,91%, ດ້ານການຈັດຕັ້ງຕີລາຄາໄດ້ 92,70%, ດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 93,13%, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 4 ຮູ້ຂອງເຍົາວະຊົນທັນວາ, ກອງເຍົາວະຊົນທັນວາປະກອບມີສະມາຊິກ 3,667 ນ້ອງ, ຍິງ 1,712 ນ້ອງ. ແບ່ງເປັນ 53 ກອງ, 532 ໝວດ ຜ່ານການປະເມີນສາມາດຈັດເປັນກອງເຍົາວະຊົນທັນວາເຂັ້ມແຂງຕາມເງື່ອນໃຂມາດຖານທີ່ວາງໄວ້.

ເພື່ອເປັນການຢັ້ງຢືນເຖີງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ແລະ ທຸງໄຊນຳໜ້າ ໃຫ້ແກ່ຊາວໜຸ່ມເມືອງຄຳເກີດ ແລະ ໃບຢັ້ງຢືນ 3 ດີ 4 ຮູ້ ໃຫ້ເຍົາວະຊົນ 3 ທັນວາຂອງເມືອງ.

ຂາວ: ວິໄລພອນ ສີວິໄຊ; 020 55653639

About admins16