ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 4 ຄືບໜ້າແລ້ວ 23,7%

ກອງປະຊຸມຄະນະຊີ້ນຳໂຄງການຂັ້ນແຂວງ ຄັ້ງທີ່ 02 ຂອງໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 4 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ສິງຫາ 2020 ຢູ່ຫ້ອງປະຊຸມຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ປະທານຄະນະຊີ້ນຳຂັ້ນແຂວງ, ມີຄະນະກົມເຄຫາ ແລະ ຜັງເມືອງ, ຫົວໜ້າພະແນກ, ເຈົ້າເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການພັດທະນາຕົວເມືອງຕາມແລວອະນຸພາກພື້ນແມ່ນ້ຳຂອງ 4 ແມ່ນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ ຈຳນວນໜຶ່ງ ໃນການປັບປຸງການບໍລິການສະພາບແວດລ້ອມໃນຕົວເມືອງ ແລະ ຍົກລະດັບການຂະຫຍາຍຕົວ ໃນຂົງເຂດເສດຖະກິດຂອງເມືອງປາກຊັນ ເຊິ່ງນອນຢູ່ໃນແຜນພັດທະນາເສດຖະກິດອະນຸພາກພື້ນແຕ່ແໜືອເຖິງໃຕ້, ໂຄງການນີ້ມີ 2 ໜ້າວຽກໃຫຍ່ທີ່ສຳຄັນ ຄື: ປັບປຸງພື້ນຖານໂຄງລ່າງສິ່ງແວດລ້ອມຕົວເມືອງປາກຊັນ ແລະ ວຽກງານປັບປຸງ ປະກອບມີ 4 ໜ້າວຽກງານຍ່ອຍ: ການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ບັນຈຸ 220,000 ມ3 ມີອາຍຸການນຳໃຊ້ 20 ປີ, ກໍ່ສ້າງຮ່ອງລະບາຍນ້ຳຝົນ ມີຄວາມຍາວ 23 ກິໂລແມັດ, ກໍ່ສ້າງລະບົບບຳບັດນ້ຳເສຍ 4 ຈຸດ ສາມາດບຳບັດນ້ຳໄດ້ທັງໝົດ 900 ແມັດກ້ອນຕໍ່ວັນ ແລະ ທໍ່ລະບາຍນ້ຳເປື້ອນ 20 ກິໂລແມັດ, ກໍ່ສ້າງຕາໜ່າງກັນຕະຝັ່ງເຈື່ອນ ມີຄວາມຍາວ 1.840 ແມັດ ແລະ ສ້າງຂີດຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ນັບແຕ່ທ້າຍປີ 2019 ໄດ້ສຳເລັດການກຳນົດຫົວໜ່ວຍລາຄາທົດແທນ ແລະ ນະໂຍບາຍຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກບັນດາໂຄງການຍ່ອຍໃນຕົວເມືອງປາກຊັນ, ສຳເລັດການຈັດກອງປະຊຸມ, ຈັດຝຶກອົບຮົມ ແລະ ການປະກອບເອກສະສານຕ່າງໆກ່ຽວກັບໂຄງການດັ່ງກ່າວ ມາເຖິງປະຈຸບັນ ທັງໝົດແມ່ນມີຄວາມຄືບໜ້າຢູ່ 23,7%. ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນ 5 ປີ ເລີ່ມແຕ່ເດືອນ ມັງກອນ ປີ 2019 ແລະ ຈະໃຫ້ສຳເລັດໃນເດືອນທັນວາ ປີ 2023 ລວມມູນຄ່າທັງໝົດແມ່ນປະມານ 21,8 ລ້ານ ໂດລາສະຫະລັດ ໃນນັ້ນ ທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ 19.847.394 ໂດລາສະຫະລັດ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ 2.154.606 ໂດລາສະຫະລັດ.

ສຳລັບແຜນໃນຕໍ່ໜ້າ ແມ່ນສືບຕໍ່ລົງສຳຫຼວດເພື່ອຢັ້ງຢືນຈຸດທີ່ຕັ້ງຂອງໂຄງການ DEWAT ຕົວເມືອງປາກຊັນຄືນໃໝ່, ສືບຕໍ່ເກັບກຳຂໍ້ມູນຊັບສິນເພື່ອທົດແທນໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບ, ກະກຽມເອກະສານການປະມູນໂຄງການຍ່ອຍ ເພື່ອປະມູນໂຄງການຮ່ອງລະບາຍນ້ຳຝົນ ໃນທ້າຍປີ 2020 ແລະ ກະກຽມເຂົ້າຮ່ວມກອງປະຊຸມຜ່ານແບບເບື້ອງຕົ້ນ ແລະ ແບບລະອຽດຂອງໂຄງການກໍ່ສ້າງຕາໜ່າງປ້ອງກັນຕາຝັ່ງເຈື່ອນແຄມນ້ຳຊັນ.

About admins16