ເມືອງຄຳເກີດ ເຜີຍແຜ່ ເຊື່ອມຊືມ ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ

ໃນຕອນເຊົ້າວັນທີ 28 ກັນຍາ 2022 ຢູ່ຫ້ອງປະຊຸມ ສູນວັດທະນະທຳເດັກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ 2 ເອກກະສານ ສຳຄັນ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ທ່ານ ນາງ ສຸກຜາລີ ແສງສົມພູ ປະທານສະຫະພັນແມ່ຍິງ, ມີພະນັກງານ – ລັດຖະກອນ ຈາກ 5 ຫ້ອງການ ຄື: ຫ້ອງການ ຖວທ, ສະຫະພັນແມ່ຍິງ, ສະຫະພັນກຳມະບານ, ສະຫະພັນນັກຮົບເກົ່າ ແລະ ຫ້ອງການຊາວໜຸ່ມເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ເຜີຍແຜ່ມະຕິກອງປະຊູມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ Xl, ດໍາລັດ ເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ເພື່ອໃຫ້ແກ່ພະນັກງານ – ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ຕໍ່ແນວທາງການປ່ຽນແປງໃໜ່ຂອງພັກ, ນະໂຍບາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະ ໂດຍສະເພາະແມ່ນການນຳໃຊ້ງົບປະມານຂອງລັດ ໃຫ້ມີການປະຢັດມັດທະຢັດ, ການເຮັດໜ້າທີ່ວຽກງານຕ່າງໆຂອງພະນັກງານ – ລັດຖະກອນ ໃຫ້ມີຄວາມຊື່ສັດ, ໂປ່ງໃສ, ມີແນວຄິດການເມືອງໜັກແໜ້ນ, ໃຫ້ມີການປະຢັດ, ບໍ່ຟຸມເຟືອຍ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຕາມແນວທາງຂອງພັກ – ລັດວາງອອກໃຫ້ປະກົດຜົນເປັນຈິງ.

About admins16