ເມືອງທ່າພະບາດ ເຜີຍແຜ່ ເຊື່ອມຊືມ ນິຕິກຳສຳຄັນຂອງພັກ – ລັດຖະບານ ແລະ ຂອງແຂວງ

ໃນຕອນເຊົ້າຂອງວັນທີ 26 ແລະ 28 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊືມ ນິຕິກຳສຳຄັນຂອງພັກ, ລັດຖະບານ ແລະ ຂອງແຂວງບໍລິຄຳໄຊ ໃຫ້ກຽດເຜີຍແຜ່ໂດຍທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເຈົ້າເມືອງທ່າພະບາດ ແລະ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກຳລັງ ປກຊ, ປກສ ຕະຫຼອດຮອດພະນັກງານວິຊາການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝ VII, ເລກທີ 363 / ຄບພ, ຂບຊ , ລົງວັນທີ 27 ກໍລະກົດ 2022 ແລະ ມະຕິຂອງກອງປະຊຸມອົງການປົກຄອງແຂວງເປີດກ້ວາງ ຄັ້ງທີ I ປີ 2022 , ສະບັບເລກທີ 445 /ຂບຊ, ລົງວັນທີ 27ກໍລະກົດ 2022 ແລະ ວຽກງານຮອບດ້ານຂອງແຂວງ ເປັນຕົ້ນແມ່ນ ການສະຫຼຸບຕີລາຄາການຈັດຕັ້ັ້ງປະຕິບັດວຽກງານອັນພົ້ນເດັ່ນໄລຍະ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022, ການສຸມໃສ່ຈັດຕັ້ງປະຕິບັດວຽກງານແນວຄິດ, ວຽກງານປ້ອງກັນຊາດ ປົກກັນຄວາມສະຫງົບ ການແກ້ໄຂເສດຖະກິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເອກະສານນຳພາແນວຄິດ ກ່ຽວກັບສະພາບຄວາມຫຍຸ້ງຍາກດ້ານ ເສດຖະກິດ – ການເງິນ ພາຍໃຕ້ຄຳຂວັນທີ່ວ່າ: ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມຜ່ານວິກິດການໄປໃຫ້ໄດ້, ທ່ານປະທານໄດ້ຍົກໃຫ້ເຫັນເຖິງສະພາບພາກພື້ນ ແລະ ໂລກ ທີ່ຍັງສຶບຕໍ່ຜັນແປຢ່າງສັບສົນ ລວມທັງການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ ແລະ ອັດຕາໄພເງິນເຟີ້, ລາຄາພະລັງງານເຊື້ອໄຟ ທີ່ມີທ່າອ່ຽງເພີ່ມຂື້ນສົ່ງຜົນກະທົບຕໍ່ກັບຕ່ອງໂສ້ການຜະລິດ ແລະ ການລົງທຶນສາກົນ, ສິນຄ້າອຸປະໂພກ – ບໍລິໂພກ ໃນຕະຫຼາດໂລກ ຕະຫຼອດເຖິງການດຳລົງຊິວີດຂອງປະຊາຊົນໃນປັດຈຸບັນ.

ດຳລັດຂອງລັດຖະບານ ສະບັບເລກທີ 205 /ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ເຊິ່ງວ່າດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການລວມ, ມາດຕະການໃນການຄຸ້ມຄອງ ແລະ ນຳໃຊ້ງົບປະມານໃຫ້ລັດ , ທຸກຊັ້ນຄົນພາຍໃນຊາດໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດ ນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍ ແນໃສ່ຫັນປ່ຽນຈາກສັງຄົມທີ່ມີຄ່າຊົມໃຊ້ແບບຟຸມເຟືອຍ ມາເປັນສັງຄົມທີ່ມີການຜະລິດ, ຊົມໃຊ້ ຜະລິດຕະພັນພາຍໃນ ແລະ ມີການສະສົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາ.

About admins16