ປະກາດແຕ່ງຕັ້ງຄະນະກໍາມະການ ປກຊ – ປກສ ເມືອງວຽງທອງ

ໃນວັນທີ 28 ກັນຍາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະກາດແຕ່ງຕັ້ງຄະນະກໍາມະການ ປກຊ – ປກສ ຂັ້ນເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົຈວ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ, ຮອງປະທານກໍາມະການ ປກຊ – ປກສ ແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ປະທານຄະນະກໍາມະການ ປກຊ – ປກສ ເມືອງ, ຄະນະພັກເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການ ປກຊ – ປກສ ແຂວງບໍລິຄໍາໄຊ ວ່າດ້ວຍການແຕ່ງຕັ້ງ ທ່ານ ພັທ ຄໍາຜາຍ ຄໍາປັນຍາ ຫົວໜ້າພະແນກເສນາ ກອງພັນໃຫຍ່ 621 ເປັນຄະນະກໍາມະການ ປກຊ – ປກສ ຂັ້ນເມືອງ, ຜ່ານນິຕິກໍາຂອງວຽກງານກໍາລັງ ປກຊ – ປກສ ຈໍານວນໜຶ່ງ, ຈາກນັ້ນ ທ່ານ ພັອ ຄໍາແພນ ວິລືທໍາ ປະທານຄະນະກໍາມະການ ປກຊ – ປກສ ຂັ້ນເມືອງ ໄດ້ຂຶ້ນລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງກໍາລັງ ປກຊ – ປກສ ເມືອງໂດຍຫຍໍ້ໃນໄລຍະຜ່ານມາ.

ທ່ານ ພົຈ ຈວງຈັນ ລາດຊະວົງ ຮອງປະທານກໍາມະການ ປກຊ – ປກສ ແຂວງ ໄດ້ມີຄຳເຫັນ ໂດຍເນັ້ນໜັກໃຫ້ກໍາລັງ ປກຊ – ປກສ ສືບຕໍ່ເອົາໃຈໃສ່ປະຕິດບັດວຽກງານຂອງຕົນ ກໍາໃຫ້ໄດ້ສະພາບການຂອງເມືອງ, ວຽກງານວາລະແຫ່ງຊາດ, ປຸກລະດົມຄວາມສາມັກຄີທົ່ວປວງຊົນ ຕິດພັນກັບວຽກງານວິຊາສະເພາະຂອງຕົນຢ່າງມີຄວາມຮັບຜິດຊອບສູງ ເຮັດໃຫ້ເມືອງມີຄວາມສະຫງົບໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.

About admins16