ເມືອງຄຳເກີດ ຈະຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ ດ້ວຍລະບົບTaxRis

ວັນທີ 3 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳເປີດການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (Tax Ris) ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ, ມີສ່ວຍສາອາກອນຂັ້ນແຂວງ, ຂັ້ນເມືອງ, ຫົວຫນ້າຫ້ອງການ, ວິຊາການ ຕະຫລອດຮອດ ນັກທຸລະກິດ ພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່ກົດໝາຍສ່ວຍອາກອນ, ເຜີຍແຜ່ແນະນຳການນຳໃຊ້ລະບົບ Tax RIS ຄຸ້ມຄອງຜູ້ເສຍອາກອນ ແລະ ຍັງເຜີຍແຜ່ແນະນຳແຈ້ງໃນລະບົບ TaxRIS ຄຸ້ມຄອງການແຈ້ງ-ມອບ. ທັງນີ້ ກໍ່ເພື່ອຍົກລະດັບການສ່ວຍສາອາກອນໃຫ້ດີຂື້ນຖືກຕ້ອງສອດຄ່ອງ, ມີຄວາມໂປ່ງໃສສາມາດກວດສອບໄດ້ ແລະ ໄດ້ຮັບປະສິດທິຜົນສູງໃນການຄຸ້ມຄອງການເກັບລາຍຮັບອາກອນ ເພື່ອໃຫ້ຜູ້ເສຍອາກອນ ຫຼື ຜູ້ມອບອາກອນໄດ້ຮັບຮູ້ສາມາດເຂົ້າເຖີງການແຈ້ງອາກອນ ແລະ ຊໍາລະອາກອນຕ່າງໆ ເຊີ່ງໄດ້ຮັບຮູ້ວ່າ ວຽກງານການຄຸ້ມຄອງສ່ວຍສາອາກອນໄດ້ຫັນເຂົ້າໃນວຽກງານທີ່ທັນສະໄໝ ເຊີ່ງການມອບຮັບງົບປະມານເຂົ້າບັນຊີເງີນຝາກຂອງລັດຖະບານສາມາດຜ່ານລະບົບທະນາຄານການຊໍາລະອາກອນຕ່າງໆ ທີ່ສາມາດຊໍາລະຜ່ານປອງບໍລິການຂອງທະນາຄານ ແລະ ຊໍາລະຜ່ານທາງອີຊີເທັກ. ສຳລັບເມືອງຄຳເກີດ ຈະເປີດນຳໃຊ້ລະບົບຂໍ້ມູນຂ່າວສານ, ຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນໃນປີ 2021.

 

About admin11