ນັກທຸລະກິດ ເມືອງປາກກະດິງ ສົມທົບງົບປະມານເຂົ້າໃສ່ບັ້ນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

 

ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຄວາມຮຽກຮ້ອງຕ້ອງການທາງດ້ານງົບປະມານ ໃນການກະກຽມໃສ່ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ທີ່ຈະໄດ້ຈັດຂື້ນໃນວັນທີ 21 ກຸມພາ 2021 ທີ່ຈະມາເຖີງໃນມໍ່ໆນີ້ ແຕ່ດ້ວຍງົບປະມານມີຈຳນວນຈຳກັດ, ໃນຕອນເຊົ້າວັນທີ 2 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ຈຶ່ງໄດ້ຈັດກອງປະຊຸມລະດົມງົບປະມານ ຈາກບັນດານັກທຸລະກິດພາຍໃນເມືອງ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຫົວໜ້າອະນຸກຳມະການງົບປະມານ ການເລືອກຕັ້ງຂັ້ນເມືອງ, ມີນັກທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ຄວາມຈຳເປັນໃນການນໍາໃຊ້ງົບປະມານເຂົ້າໃສ່ໜ້າວຽກຕ່າງໆ ເຫັນວ່າບໍ່ພຽງພໍ ຈຶ່ງໄດ້ລະດົມໃຫ້ບັນດານັກທຸລະກິດພາຍໃນເມືອງ ຊ່ວຍສົມທົບງົບປະມານ ເປັນເງີນ ຫຼື ວັດຖຸຕາມຄວາມສາມາດຂອງພວກກ່ຽວ, ເຊີ່ງເຫັນໄດ້ວ່າ ມີເຈົ້າຂອງທຸລະກິດຫຼາຍທ່ານ ກໍ່ມີຄວາມຕື່ນຕົວ ແລະ ໃຫ້ການຊ່ວຍສົມທົບງົບປະມານເຂົ້າໃນບັ້ນເລືອກຕັ້ງຄັ້ງນີ້ຕາມຄວາມສາມາດຂອງຕົນ.

ຜ່ານການລະດົມ ມີຫລາຍພາກສ່ວນ ໄດ້ໃຫ້ການຊຸກຍູ້ ຄື: ໂຮງງານອາລູຊິ່ງໄຊຈະເລີນ ທ່ານ ສີແພງ 400.000 ກີບ, ໂຮງງານປຸງແຕ່ງໄມ້ ທ່ານ ຄຳເພົາ 500.000ກີບ, ປ້ຳນ້ຳມັນ ທ່ານໄມລາຍ 200.000 ກີບ, ໂຮງງານປຸງແຕ່ງໄມ້ເຮືອງອານົງ ທ່ານ ອຳພອນ 500.000 ກີບ, ໂຮງງານນ້ຳດື່ມ ນາງ ຂັນທະລີ 500.000 ກີບ, ໂຮງງານນ້ຳດື່ມສາຍນ້ຳກະດິງ ທ່ານ ວິໄລສັກ 500.000 ກີບ, ໂຮງງານປຸງແຕ່ງໄມ້ ນາງ ຈັນທະລາ 500.000 ກີບ, ປ້ຳນ້ຳມັນ ທ່ານ ເກດນີ ບ້ານຂອນຂ້ວາງ 1.000.000 ກີບ, ໂຮງງານນ້ຳດື່ມ ທ່ານ ພົມມີໄຊ ນ້ຳດື່ມ 100 ແກັດ, ໂຮງງານປຸງແຕ່ງໄມ້ ທ່ານພູດົງ ຜ້າອັດປາກອະນາໄມ 20 ກັບ-ນ້ຳດື່ມ 100 ແກັດ-ເງີນ 2.000.000 ກີບ, ໂຮງງານນ້ຳດື່ມເຮືອງອານົງ ນາງ ພົມມະລີນ ນ້ຳດື່ມ 100 ແກັດ ແລະ ໂຮງງານນ້ຳດື່ມ ວັນນິດາ ທ່ານສີສະຫວັນ ນ້ຳດື່ມ 50 ແກັດ ລວມທັງໝົດເປັນເງີນສົດ 6.100.000 ກີບ, ນ້ຳດື່ມ 350 ແກັດ ແລະ ຜ້າອັດປາກອະນາໄມ 20 ກັບ.

ກ່າວຮັບການສົມທົບງົບປະມານຈາກບັນດາທ່ານດັ່ງກ່າວ ໂດຍ ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ, ມີຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ບັນດານັກທຸລະກິດ ເຂົ້າຮ່ວມເປັນສັກຂີພິຍານ.

About admin11