ມອບ-ໂອນວຽກງານ ຄຸ້ມຄອງການຍົກຍ້າຍເຂົ້າ-ອອກຂອງພົນລະເມືອງ ໄຊຈຳພອນ

ໃນຕອນເຊົ້າຂອງວັນທີ 03 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ II ຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດພິທີ ມອບ-ໂອນວຽກງານການຍົກຍ້າຍເຂົ້າ-ອອກຂອງພົນລະເມືອງ ລະຫວ່າງຫ້ອງການພາຍໃນເມືອງ ແລະ ກອງບັນຊາການ ປກສ ເມືອງໄຊຈຳພອນ ພາຍໃຕ້ການເປັນປະທານ ຂອງ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ.

ໃນກອງປະຊຸມ ທ່ານ ໄມປັນ ໄຊສົມບັດ ຮອງຫົວໜ້າຫ້ອງການພາຍໃນ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ ແຕ່ປີ 2015 – 2020 ໂດຍໃຫ້ຮູ້ວ່າ ພົນລະເມືອງທົ່ວໄປຂອງເມືອງໄຊຈໍາພອນ ມີການຄາດເຄື່ອນຍ້ອນວ່າ ມີຄົນເກີດໃໝ່, ຄົນເສຍຊີວິດ, ຄົນຍົກຍ້າຍເຂົ້າມາ, ການຍົກຍ້າຍອອກໄປ ແລະ ອື່ນໆ.

ຕົວເລກຂອງພົນລະເມືອງນັບແຕ່ປີ 2015-2020 ມີຄື: ປີ 2015 ມີຈຳນວນພົນລະເມືອງທັງໝົດ 10,550 ຄົນ ຍິງ 5,814 ຄົນ, ປີ2016 ມີພົນລະເມືອງ 11,182 ຄົນ,/ ຍິງ 5,436 ຄົນ, ປີ 2017 ມີພົນລະເມືອງ 11,254 ຄົນ,/ ຍິງ 5,549 ຄົນ, ປີ2018 ມີພົນລະເມືອງ 11,668 ຄົນ,/ ຍິງ 5,677 ຄົນ, ປີ2019 ມີ ພົນລະເມືອງ10,814 ຄົນ,/ ຍິງ 5,140 ຄົນ ແລະ ປີ2020 ມີພົນລະເມືອງ 10,831ຄົນ ຍິງ 5,72.

ເມືອງໄຊຈຳພອນປະກອບມີ 10 ຊົນເຜົ່າຢູ່ຮວ່ມກັນ: ເຜົ່າລາວລູ່ມ, ເຜົ່າໄຕ, ເຜົ່າພວນ, ເຜົ່າຜູ້ໄທ. ເຜົ່າຕູມ, ເຜົ່າຜອ້ງ, ເຜົ່າມົ້ງ, ເຜົ່າກຶມຸ, ເຜົ່າລີຮາ ແລະ ເຜົ່າຜູ້ນອ້ຍ, ປະຊາຊົນສ່ວນຫລາຍນັບຖື 02 ສາສະຫນາຄື ສາສະຫນາພຸດ, ສາສະຫນາເຍຊູ ແລະ ຖືບັນພະບູລຸດ( ຜີ ).

ຈາກນັ້ນ ກໍ່ໄດ້ເຊັນມອບ – ໂອນວຽກງານການຍົກຍ້າຍເຂົ້າ-ອອກຂອງພົນລະເມືອງ ລະຫວ່າງຫ້ອງການພາຍໃນເມືອງ ແລະ ກອງບັນຊາການ ປກສ ເມືອງໄຊຈຳພອນ.

ກອງປະຊຸມກໍ່ໄດ້ມີການປະກອບຄຳຄິດຄຳເຫັນ ເຂົ້າໃສ່ຮ່າງບົດບັນທຶກ ເປັນຕົ້ນກໍ່ແມ່ນວຽກການຍົກຍ້າຍເຂົ້າມາ, ການຍົກຍ້າຍອອກໄປຂອງພົນລະເມືອງ, ຈຳນວນສະຖິຕິຕົວເລກຂອງພົນລະເມືອງ ທີ່ເກັບກໍາຂໍ້ມູນຂອງແຕ່ລະພາກສ່ວນບໍ່ກົງກັນ.

ມາຮອດຕອນທ້າຍກອງປະຊຸມທ່ານປະທານກໍ່ໄດ້ ໂອ້ລົມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ພ້ອມນັ້ນ ທ່ານໄດ້ເນັ້ນໝັກຕໍ່ກັບສີ່ງທີ່ເປັນຫ່ວງໃນຕໍ່ໜ້ານີ້ ໂດຍຫຼັກໆແລ້ວກໍ່ແມ່ນວຽກງານການຄຸ້ມຄອງ ການຕັ້ງຖີ່ນຖານເລື່ອນລອຍຢູ່ພາຍໃນເມືອງ ແລະ ໃຫ້ທຸກຄົນຈົ່ງຊ່ວຍກັນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບສູງ ສ້າງຄວາມສາມັກຄີໜັກແໜັນຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມສະຫງົບໂດຍພື້ນຖານ.

About admin11